ສູນກາງແນວລາວສ້າງຊາດ

Lao Front For National Development

ການກະກຽມຂຽນບົດສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ.

ໃນວັນທີ 9 ກໍລະກົດ 2024 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຂຽນບົດສະຫຼຸບ 40 ປີ ແຫ່ງການປ່ຽນແປງໃຫມ່ຢູ່ ສປປ ລາວ (ຂົງເຂດວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ) ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມກອງປະຊຸມມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ, ມີຜູ້ຕາງໜ້າຈາກສະຫະພັນນັກຣົບເກົ່າແຫ່ງຊາດລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອເປັນການປຶກສາຫາລື ແລະແນະນໍາການກະກຽມຂຽນບົດສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ (ຂົງເຂດວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ), ກ່ອນອື່ນຫມົດທ່ານປະທານ ສນຊ ໄດ້ ແຈ້ງໃຫ້ແຕ່ລະພາກສ່ວນຮັບຊາບກ່ຽວກັບເນື້ອໃນຈິດໃຈ, ໂຄງຮ່າງບົດສະຫຼຸບ ແລະ ແຜນວຽກຂອງຄະນະຮັບຜິດຊອບກະກຽມຂຽນໃຫ້ສໍາເລັດພາຍໃນປີ 2024 ນີ້.
ບກ: ກົງແກ້ວ
ຂ່າວ+ພາບ: ສຸວັນລີ
info@lfnd.org.la | 021 213754 | (856-21) 453191