ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 3 ສະໄໝທີ XI

ສູນກາງແນວລາວສ້າງຊາດ ຈັດກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 3 ສະໄໝທີ XI ຂຶ້ນ ໃນວັນທີ 11 ກໍລະກົດ ນີ້, ທີ່ ສນຊ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ ສນຊ, ຮອງປະ ທານອົງການພຸດທະສາສະໜາສຳພັນລາວ, ຄະນະປະຈໍາ, ກໍາມະການ ສນຊ, ຜູ້ຕາງໜ້າອົງການພາຄີ, ຄູ່ຮ່ວມງານ ແລະ ແຂກຖືກເຊີນເຂົ້າຮ່ວມ. ເຊິ່ງກອງປະຊຸມຄັ້ງນີ້ໄດ້ຈັດເປັນສອງຮູບແບບ: ຮູບແບບປົກກະຕິ ແລະ ແບບວິດີໂອທາງໄກ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຕີລາຄາວຽກງານ ສນຊ 6 ເດືອນຕົ້ນປີ ແລະ ແຜນວຽກ 6 ເດືອນທ້າຍປີ ໂດຍສະເພາະແມ່ນ ການປືກສາຫາລື ແລະ ຕີລາຄາສະພາບພົ້ນເດັ່ນຂອງປະຊາຊົນຊັ້ນຄົນຕ່າງໆ ແລະ ການປະ ຕິບັດມະຕິກອງປະຊຸມຄະນະປະຈໍາ ສນຊ ເປີດກ້ວາງ ຄັ້ງທີ 2 ​ໄລຍະ 6 ເດືອນຕົ້ນປີຜ່ານມາ ​ແລະ ກຳນົດ​​ແຜນວຽກຈຸດສຸມ​ 6 ເດືອນທ້າຍປີ 2024; ປືກສາຫາລື ແລະ ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາອົງ ການແນວລາວສ້າງຊາດ ແລະ ຄາດຄະເນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024. ພ້ອມກັນນັ້ນ, ຍັງໄດ້ຮັບຟັງ ການເຜີຍແຜ່ ແລະ ເຊື່ອມຊຶມມະຕິໃໝ່ຂອງພັກ-ລັດຖະບານ ແລະ ສະພາແຫ່ງຊາດ ເຊິ່ງແມ່ນ ເອກະສານກ່ຽວກັບມະຕິ 08 ຂອງຄະນະບໍລິຫານງານສູນກາງພັກ, ແຜນວຽກ 6 ເດືອນທ້າຍປີ ຂອງລັດຖະບານ ແລະ ມະຕິໃໝ່ຂອງສະພາແຫ່ງຊາດ; ເອກະສານມະຕິ 04 ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ຄຽງຄູ່ກັນນັ້ນ, ໄດ້ຮັບຟັງວຽກງານພົ້ນເດັ່ນທາງສັງຄົມ ເປັນຕົ້ນ: ວຽກງານຄຸນນະພາບການສຶກສາ ແລະ ການປະລະການຮຽນຂອງນັກຮຽນ-ນັກສຶກສາ, ບັນຫາການຂາດແຄນແຮງງານລາວ, ວຽກງານສາສະໜາ ແລະ ຮັບຟັງກ່ຽວກັບແຜນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ບົດແນະນໍາກ່ຽວກັບບັນຊີເກັບກໍາບັນດາໂຄງການ ຫຼື ກິດຈະກໍາສ້າງຄຸນງາມຄວາມດີຂອງກໍາມະການສູນກາງແນວລາວສ້າງຊາດອອ້ມຂ້າງສູນກາງ, ແຂວງ, ນະຄອນຫຼວງ. ໃນນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປະ ກອບຄຳເຫັນໃສ່ເອກະສານຕ່າງໆທີ່ໄດ້ນໍາສະເໜີໃນໄລຍະກອງປະຊຸມ.

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 3 ສະໄໝທີ XI ນີ້, ເຊິ່ງທ່ານປະທານ ສນຊໄດ້ມີຄໍາເຫັນ ແລະ ເນັ້ນໜັກຕໍ່ກອງປະຊຸມ ເຊິ່ງມີຂໍ້ຄວາມສໍາຄັນດັ່ງນີ້: ບັນດາເນື້ອໃນທີ່ບັນດາທ່ານໄດ້ຮັບຟັງຜ່ານມານັ້ນ ແມ່ນມີຄວາມໝາຍສໍາຄັນຫຼາຍຕໍ່ກັບການຈັດຕັ້ງປະຕິບັດວຽກງານແນວໂຮມຂອງພວກເຮົາໃນຕໍ່ຫນ້າ ໂດຍສະເພາະ ສະເໜີໃຫ້ກໍາມະການ, ທີ່ປຶກສາ໌ ຄູ່ຮ່ວມງານ ແລະ ພາກສ່ວນກ່ຽວຂ້ອງນໍາໄປປະຕິບັດໃຫ້ເກີດໝາກເກີດຜົນກວ່າເກົ່າ, ພ້ອມດຽວກັນນັ້ນ,​ ກ່ຽວກັບການປະລະການຮຽນຂອງນັກຮຽນ-ນັກສຶກສາ ແລະ ການຂາດແຄນແຮງງານລາວ ຖືວ່າເປັນໜ້າທີ່ຄວາມຮັບຜິດຊອບອັນໜຶ່ງຂອງແນວລາວສ້າງຊາດ ໂດຍຮ່ວມກັບພັກ, ລັດ, ອົງການມະຫາຊົນ ແລະ ປະຊາຊົນເປັນເຈົ້າການແກ້ໄຂ, ເຮັດໃຫ້ປະຊາຊົນເຮົາ, ປະເທດເຮົາສາມາດຜ່ານຜ່າໄປໄດ້ດ້ວຍຄວາມເປັນປຶກແຜ່ນສາມັກຄີປອງດອງ; ອົງ ການແນວລາວສ້າງຊາດພວກເຮົາຈະຕ້ອງເສີມຂະຫຍາຍບົດບາດຂອງວຽກງານແນວໂຮມ, ຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າ, ບັນດາອົງການຈັດຕັ້ງມະຫາຊົນ ໃນການສຶກສາອົບຮົມພໍ່ແມ່ປະຊາຊົນ ໃຫ້ມີສ່ວນຮ່ວມໃນວຽກງານການສຶກສາ ໂດຍສະເພາະ ບັນຫາຫຍໍ້ທໍ້ທາງດ້ານການສຶກສາ,​ ການປະລະການຮຽນ; ຄຽງຄູ່ກັນນັ້ນ,​ ການຜັນຂະຫຍາຍມະຕິ 04 ໃຫ້ເຂົ້າສູ່ລວງເລິກນັ້ນ, ພວກເຮົາຈະໄດ້ອອກມະຕິສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຂອງອົງການແນວລາວສ້າງຊາດ, ໂດຍປູກຈິດສໍານຶກຄວາມ ເຂົ້າໃຈຕໍ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຈຸດປະສົງຄາດໝາຍ, ເນື້ອໃນ, ກິດຈະການ ແລະ ໂຄງການ ທີ່ຈະເປັນເຈົ້າຕົນເອງຂອງແນວລາວສ້າງຊາດແຕ່ລະຂັ້ນ ແລະ ຢູ່ບັນດາກົມອ້ອມຂ້າງ ສນຊ; ເອົາໃຈໃສ່ 5 ຂົງເຂດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຂອງລັດຖະບານ ຫັນມາ ເປັນຕົວຊີ້ວັດ ຂອງອົງການແນວລາວສ້າງຊາດ ພ້ອມທັງໂຄສະນາປຸກລະດົມໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ສ່ວນວຽກງານເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜ່ນໃນສັງຄົມລາວ, ດັ່ງຄໍາເຫັນຂອງ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ໄດ້ເວົ້າວ່າ “ເວລານີ້ ຍິ່ງກວ່າເວລາໃດໝົດ, ພວກເຮົາຕ້ອງໄດ້ໃຫ້ຄວາມສໍາຄັນ ຕໍ່ການສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ໃນການເຕົ້າໂຮມຄວາມເປັນປຶກແຜ່ນຂອງຊາດ, ເຊີດຊູສະຕິເປັນເຈົ້າ ແລະ ຄວາມຮັບຜິດຊອບຂອງ ຄົນລາວຕໍ່ສະຕາກຳຂອງປະເທດຊາດ” ຊຶ່ງວຽກງານເຕົ້າໂຮມຄວາມສາມັກຄີປອງດອງ ຂອງແນວລາວສ້າງຊາດ ໄດ້ມີອັນພົ້ນເດັ່ນ: ເຖິງວ່າສະພາບການປະເທດເຮົາປັດຈຸບັນມີຄວາມຫຍຸ້ງຍາກ ແຕ່ພະນັກງານແນວ ລາວສ້າງຊາດທົ່ວປະ ເທດຍັງມີຫຼັກໝັ້ນ (ບໍ່ປະລະການເປັນພະນັກງານ) ແລະ ຍັງເຮັດບົດບາດໜ້າທີ່ ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ບັນດາສາສະໜາ, ຊັ້ນຄົນ, ເພດ-ໄວ, ພີ່ນ້ອງຄົນເຊື້ອຊາດລາວຢູ່ ຕ່າງປະເທດ ໃນລະດັບດີ; ມາຮອດປັດຈຸບັນສາມາດປະຕິບັດວຽກງານຂະບວນການສ້າງບ້ານ ແລະ ເມືອງສາມັກຄີປອງດອງ, ຊຶ່ງຮັບ ຮອງໄດ້ 947,074 ຄອບຄົວ, 7016 ບ້ານ ແລະ 66 ເມືອງ. ໃນໂອກາດດໍາເນີນກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງ ຂອງພວກເຮົາໃນເທື່ອນີ້ ພໍດີຢູ່ໃນໄລຍະວັນເກີດ ຂອງ ທ່ານສຸພານຸວົງ ຜູ້ນໍາທີ່ເຄົາລົບຮັກຂອງພັກ ແລະ ປະຊາຊົນລາວຄົບຮອບ 115 ປີ. ເພື່ອເປັນການລະນຶກ ແລະ ຈົດຈໍາຜົນງານຄຸນງາມຄວາມດີຂອງຜູ້ນຳທີ່ດີເດັ່ນ ທັງເປັນອະດີດປະທານປະເທດຜູ້ທຳອິດຂອງ ສປປ ລາວ ແລະ ອະດີດປະທານແນວລາວອິດສະຫຼະ, ປະທານສູນກາງແນວລາວຮັກຊາດ ແລະ ແນວລາວສ້າງຊາດຜູ້ທໍາອິດ ແລະພ້ອມດຽວກັນນັ້ນ, ຜູ້ແທນກອງປະຊຸມໄດ້ໄປຢ້ຽມຊົມ ອະນຸສອນສະຖານ ປະທານ ສຸພານຸວົງຕື່ມອີກ.

info@lfnd.org.la | 021 213754 | (856-21) 453191