ສູນກາງແນວລາວສ້າງຊາດ

Lao Front For National Development

ຊາວໜຸ່ມ ສນຊ ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ.

 

ໃນວັນທີ 15 ກໍລະກົດ 2024 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຊຸກຍູ້ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍມີສະຫາຍ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ສະຫາຍ ວັນດີ ຈັນສົມບັດ, ເລຂາຄະນະບໍລິຫານງານຊາວໜຸ່ມ ສນຊ, ພ້ອມດ້ວຍບັນດາສະຫາຍຫົວໜ້າໜ່ວຍຊາວໜຸ່ມ ຂອງ ສນຊ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຜົນງານພົ້ນເດັ່ນຂອງຄະນະບໍລິຫານງານຊາວໜຸ່ມ ສນຊ ໃນໄລຍະຜ່ານມາ, ໄດ້ຮັບຟັງຄໍາແນະນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສໍາລັບ ຄະນະບໍລິຫານງານຊາວໜຸ່ມ ສນຊ ຄາດວ່າ: ຈະໄດ້ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃນທ້າຍປີ 2024ນີ້.

info@lfnd.org.la | 021 213754 | (856-21) 453191