ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ

       

ໃນວັນທີ 14-15 ກໍລະກົດ 2024 ນີ້, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ແລະ ພົບປະກັບແນວລາວສ້າງຊາດ ແຂວງຊຽງຂວາງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ບົວສີ ນາຖາວົງ ປະທານແນວລາວສ້າງຊາດແຂວງຊຽງຂວາງ ພ້ອມດ້ວຍຄະນະກຳມະການສູນກາງແນວລາວສ້າງຊາດປະຈຳຢູ່ແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ ແລະ ພະນັກງານແນວລາວສ້າງຊາດ ແຂວງຊຽງຂວາງ ເຂົ້າຮ່ວມ.

ໃນການພົບປະຄັ້ງນີ້, ທ່ານ ປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບລວມ ໃນການເຄື່ອນໄຫວວຽກງານຮອບດ້ານ ຂອງຄະນະກຳມະການ ແນວລາວສ້າງຊາດແຂວງ ໂດຍຫຍໍ້ ໃຫ້ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ ເຊິ່ງໄດ້ຍົກໃຫ້ເຫັນວ່າ ແຂວງຊຽງຂວາງປະກອບມີ 476 ບ້ານ, ມີ 6 ຊົນເຜົ່າອາໄສຢູ່ຄື: ເຜົ່າລາວ, ມົ້ງ, ກຶມມຸ, ໄຕ, ຜ້ອງ ແລະ ເຜົ່າເອີດູ.

ໃນໄລຍະຜ່ານມາ ຄະນະກຳມະການ ແນວລາວສ້າງຊາດ ໄດ້ເອົາໃຈໃສ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດານິຕິກຳ, ມະຕິ, ຄຳສັ່ງຕ່າງໆທີ່ສຳຄັນ ໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃນແຂວງໄດ້ຮັບຮູ້ ແລະ ເຊຶ່ອຊຶມຢ່າງເລິກເຊິ່ງ ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ ເຊິ່ງເຮັດໃຫ້ໄລຍະຜ່ານມາ ມີບ້ານທີ່ຜ່ານການປະເມີນຕາມມາດຖານເງື່ອນໄຂ ບ້ານສາມັກຄີປອງດອງ ແລ້ວສາມາດຮັບຮອງໄປແລ້ວ 375 ບ້ານ ແລະ ຮັບຮອງເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໄດ້ໜຶ່ງເມືອງ ຄື ເມືອງໜອງແຮດ, ນອກນັ້ນຍັງໄດ້ເກັບກຳຫາງສຽງ, ຄຳຮ້ອງ, ຄຳສະເໜີ ຂອງສັງຄົມ ເພື່ອລາຍງານໃຫ້ຂັ້ນເທິງ ແລະ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ ຕື່ມອີກ. ພ້ອມກັນນັ້ນຍັງໄດ້ຍົກໃຫ້ເຫັນວຽກງານຈຸດສຸມທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍໜ້າ, ຈຸດດີ, ຈຸດອ່ອນ, ຂໍ້ຄົ້ງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ.

ໂອກາດນີ້ ທ່ານຮອງປະທານ ສູນກາງແນວລາວສ່້າງຊາດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງຄະນະກຳມະການແນວລາວສ້າງຊາດແຂວງໃນໄລຍະຜ່ານມາ ແລະ  ທ່ານໄດ້ເຜີຍແຜ່ບາງເນື້ອນໃນທີ່ສຳຄັນຂອງກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝທີ XI ໂດຍຫຍໍ້ໃຫ້ໄດ້ຮັບຊາບ ແລະ ທ່ານໄດ້ຮຽກຮ້ອງຕື່ມວ່າໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງສືບຕໍ່ເປັນເຈົ້າໃນການ ສືກສາອົບຮົມ ໃຫ້ປະຊາຊົນປົກປັກຮັກສາຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງບັນດາຊົນເຜົ່າ, ຮັກສາມູນເຊື້ອຄວາມສາມັກຄີປອງດອງຊ່ວຍເຫລືອເຊິ່ງກັນ ແລະ ກັນ,  ສຶກສາອົບຮົມໃຫ້ປະຊາຊົນມີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງທາງເສດຖະກິດຄອບຄົວ ເປັນຕົ້ນແມ່ນການຜະລິດການປູກ-ການລ້ຽງເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຊາວຊຽງຂວາງ ໃຫ້ໄດ້ຮັບການພັດທະນາດີຂື້ນເປັນກ້າວໆ, ປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມຂະບວນການຕ່າງຂອງພັກ-ລັດ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຂົ້າຮ່ວມຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ພ້ອມກັນຊ່ວຍກັນສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃນສັງຄົມໃຫ້ນັບມື້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.

ໂອກາດນີ້, ຄະນະຍັງໄດ້ເຂົ້ານະມັດສະການພະອາຈານ ວັນສົມ ບຸດດາວົງ ປະທານອົງການພຸດທະສາສະໜາແຂວງຊຽງຂວາງຕື່ມອີກ.

ຂ່າວ+ພາບ: ຢຢ

ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191