ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ລົງພົບປະຄະນະກຳມະການແນວລາວສ້າງຊາດແຂວງຫົວພັນ.

ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການ ສູນກາງແນວລາວສ້າງຊາດປະຈຳຢູ່ແຂວງ ແລະ ຄະນະກຳມະການແນວລາວສ້າງຊາດແຂວງຫົວພັນ ໂດຍການເຂົ້າຮ່ວມ ຂອງທ່ານ ວີເຕັ່ງ ຈື່ໄມເຕັ່ງ ວ່າການປະທານແນວລາວສ້າງຊາດແຂວງຫົວພັນ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ ໃນວັນທີ 16 ກໍລະກົດ 2024.

ທ່ານ ວີເຕັ່ງ ຈື່ໄມເຕັ່ງ  ໄດ້ລາຍງານສະພາບລວມ ແລະ ຜົນງານທີ່ພົ້ນເດັ່ນ ໃນການເຄື່ອນໄຫວເຮັດວຽກ ຂອງຄະນະກຳມະການ ແນວລາວສ້າງຊາດແຕ່ລະຂັ້ນ ຢູ່ແຂວງຫົວພັນ  ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍໜ້າໂດຍຫຍໍ້ ໃຫ້ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ແຂວງຫົວພັນປະກອບມີ 10 ເມືອງ, ມີ 728 ບ້ານ, ມີ 9 ຊົນເຜົ່າ ແລະ ມີການເຊື່ອຖື 2 ສາສະໜາ. ໃນໄລຍະຜ່ານມາ ຄະນະກຳມະການ ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງໄດ້ຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງເລິກເຊິ່ງ, ເອົາໃຈໃສ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນເຕົ້າໂຮມຄວາມສາມັກຄີປອງດອງ ເປັນປຶກແຜ່ນແໜ້ນໜາ ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງເຮັດໃຫ້ໄລຍະຜ່ານມາ ບັນດາເມືອງ ພາຍໃນທົ່ວແຂວງຫົວພັນ ສາມາດປະກາດເປັນເມືອງ ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ທັງໝົດທຸກເມືອງ.  ນອກນັ້ນຍັງໄດ້ເກັບກຳຫາງສຽງ, ຄຳຮ້ອງ, ຄຳສະເໜີ ແລະ ເຂົ້າຮ່ວມການແກ້ໄຂບັນຫາຂໍ້ຂັດແຍ່ງ ທີ່ເກີດຂຶ້ນຕາມພາລະບົດບາດ ຂອງຕົນ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົ້ງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ຕື່ມອີກ.

ໂອກາດນີ້ ທ່ານຮອງປະທານ ສູນກາງແນວລາວສ່້າງຊາດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານ ຂອງແນວລາວສ້າງຊາດແຂວງ ແລະ ເຜີຍແຜ່ບາງເນື້ອໃນທີ່ສຳຄັນ ຂອງກອງປະຊຸມຄະນະປະຈຳ ສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ XI  ທີ່ຫາກໍ່ສຳເລັດໄປໃນມໍ່ໆນີ້. ພ້ອມກັນນີ້, ທ່ານໄດ້ຮຽກຮ້ອງຕື່ມວ່າ ໃຫ້ແນວລາວສ້າງຊາດ ແຕ່ລະຂັ້ນສືບຕໍ່ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ,  ປະສານສົມທົບກັບອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນສືກສາອົບຮົມ ໃຫ້ປະຊາຊົນປົກປັກຮັກສາຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງບັນດາຊົນເຜົ່າ, ຮັກສາມູນເຊື້ອຄວາມສາມັກຄີປອງດອງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ,  ສຶກສາອົບຮົມໃຫ້ປະຊາຊົນ ມີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງທາງເສດຖະກິດຄອບຄົວ ເປັນຕົ້ນແມ່ນວຽກງານການປູກ-ການລ້ຽງ ເພື່ອກຸ້ມຕົນເອງ ແລະ ກາຍເປັນສິນຄ້າ, ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຂະບວນການຕ່າງຂອງພັກ-ລັດ ໃຫ້ເປັນຂະບວນການຟົດຟື້ນ ເປັນຕົ້ນແມ່ນສອງວາລະແຫ່ງຊາດ, ສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສືບຕໍ່ພ້ອມກັນສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃນສັງຄົມໃຫ້ນັບມື້ຫລຸດນ້ອຍຖອຍລົງ.

ໃນໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ມອບໃບຍ້ອງຍໍ ແລະ ຂໍ້ຕົກລົງ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ວ່າດ້ວຍການຍ້ອງຍໍສັນລະເສີນ ແຂວງທີ່ສຳເລັດ ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕື່ມອີກ.

ຂ່າວ+ພາບ: ຢຢ

ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191