ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະພັກ ສູນກາງແນວລາວສ້າງຊາດ ພົບປະຢ້ຽມຢາມ ຄະນະພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

 

ສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໄປພົບປະຢ້ຽມຢາມຄະນະພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 19 ກໍລະກົດ 2024 ໂດຍເປັນກຽດຕ້ອນັບຂອງສະຫາຍ ທ່ານ ປອ ນາງ ບຸນຄຳ ວໍລະຈິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີພະນັກງານຫຼັກງແຫຼ່ງຂອງສອງອົງການເຂົ້າຮ່ວມທີ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ສອງອົງການ ທີ່ໄດ້ລົງນາມໃນປິ 2017 ແລະ ເປັນການປະເມີນຄືນຜົນການຈັດຕັ້ງປະຕິບັດວຽກງານໂຄງການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ກະຊວງຊັບພະຍາກອນທໍໍາມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາລວມທັງດ້ານດີ, ຂໍ້ຫຍຸ້ງຍາກຕ່າງໆ, ນອກຈາກນັ້ນ, ສອງຄະນະພັກໄດ້ປຶກສາຫາລື, ພ້ອມກັນວາງທິດທາງແຜນການໃນຕໍ່ໜ້າ ກ່ຽວກັບການປັບປຸງວຽກງານໂຄງການດັ່ງກ່າວ, ສືບຕໍ່ປັບປຸງເນື້ອໃນ MOU ໃຫ້ຮັດກຸມກັບໜ້າວຽກຕົວຈິງ.

ພ້ອມນີ້, ບັນດາສະຫາຍເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ວຽກງານໂຄງການຮ່ວມມືດັ່ງກ່າວ.

ບກ: ສ.ຊ

ຂ່າວ+ພາບ: ລີ.

 

info@lfnd.org.la | 021 213754 | (856-21) 453191