ສູນກາງແນວລາວສ້າງຊາດ

Lao Front For National Development

ການນໍາ ສນຊ ເຂົ້າໄຫວ້ອາໄລ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ.  

ໃນວັນທີ 25 ກໍລະກົດ 2024 ນີ້, ສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ໄຫວ້ອາໄລ ສະຫາຍ ຫງວຽນຟູຈ້ອງ, ອະດິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທີ່ໄດ້ເຖິງແກ່ມໍລະນະກໍາໃນເວລາ 13 ໂມງ 38 ນາທີ ຂອງວັນທີ 19 ກໍລະກົດ 2024 ລວມອາຍຸ 80 ປີ. ພິທີດັ່ງກ່າວຈັດຂຶ້ນທີ່ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ.

info@lfnd.org.la | 021 213754 | (856-21) 453191