ສູນກາງແນວລາວສ້າງຊາດ

Lao Front For National Development

ຈັດກິດຈະກຳຍິງປືນ ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ

ຈັດກິດຈະກຳຍິງປືນ ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ

ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ ຊິ່ງໄດ້ຮັບການອຸປະຖຳຈາກທ່ານ ສົມສຸກ ພິມມະຈັນ ກຳມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານເສດຖະກິດ-ກອງທຶນ ຈັດກິດຈະກຳຍິງປືນ ຢູ່ທີ່ສະໜາມຍິງປືນຫຼັກ 27 ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ, ກຳມະການສູນກາງແນວລາວສ້າງຊາດ, ມີຄະນະນໍາຈາກກະຊວງປ້ອງກັນປະເທດ, ຄະນະນຳຈາກວິທະຍາຄານ ໄກສອນ ພົມວິຫານ ແລະ ພະນັກງານວິຊາການ ຂອງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ໃນວັນທີ 15 ສິງຫາ 2024.

ຂ່າວ+ພາບ: ຢຢ

ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191