ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພົບປະທ່ານເຈົ້າແຂວງຈຳປາສັກ

ວັນທີ 20 ສິງຫາ 2024 ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມດ້ວຍນະໄດ້ພົບປະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ທີ່ນະຄອນປາກເຊ ແຂວງຈຳປາສັກ.

ທ່ານ ເຈົ້າແຂວງຈຳປາສັກໄດ້ສະແດງຄວາມຍີນດີຕ້ອນຮັບທ່ານຮອງປະທານຜູ້ປະຈຳການ ສນຊ ພ້ອມດ້ວຍຄະນະ ແລະ ທ່ານ ໄດ້ລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຫຍໍ້ໃຫ້ຄະນະຮັບຊາບ ພ້ອມທັງຍົກໃຫ້ເຫັນວຽກງານຈຸດສຸມທີ່ແຂວງກຳລັງສຸມໃສ່ຈັດຕັ້ງປະຕິບັດເປັນຕົ້ນແມ່ນການດຳເນີນກອງປະຊຸມໃຫຍ່ສາມຂັ້ນເຊິ່ງສຳເລັດໄປຈຳນວນໜຶ່ງ.

ທ່ານ ຮອງປະທານຜູ້ປະຈຳການ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ທ່ານເຈົ້າແຂວງທີ່ໄດ້ສະຫຼະເວລາຕ້ອນຮັບທ່ານພ້ອມດ້ວຍຄະນະໃນຄັ້ງນີ້ ແລະ ທ່ານໄດ້ແຈ້ງຈຸດປະສົງການລົງມາເຮັດວຽກຢູ່ແຂວງຈຳປາສັກໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງຮັບຊາບ ເຊິ່ງການລົງມາເຮັດວຽກແມ່ນລົງມາຊຸກຍູ້ວຽກງານກອງທຶນສາມັກຄີ ແລະ ພັດທະນາ ຂອງແນວລາວສ້າງຊາດ ບ້ານພັນທະຄາມ ເມືອງຈຳປາສັກ ແລະ ບ້ານພູໂອຍ ເມືອງປາກຊ່ອງ. ພ້ອມດຽວກັນນີ້ ທ່ານໄດ້ ມອບອຸປະກອນກອງປະຊຸມທາງໄກ 2 ຊຸດໃຫ້ແນວລາວສ້າງຊາດແຂວງ ເພື່ອນຳໄປມອບຕໍ່ໃຫ້ແນວລາວສ້າງຊາດບາງເມືອງທີ່ຫ່າງໄກ ແລະ ມີຄວາມຫຍຸ້ງຍາກ.

ຂ່າວ+ພາບ: ເລົ່າລໍ່

ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191