ສູນກາງແນວລາວສ້າງຊາດ

Lao Front For National Development

ແຂວງຈຳປາສັກຫວນຄືນມູນເຊື້ອ 4 ວັນປະຫວັດສາດ

ວັນທີ 20  ສິງຫາ 2024 ທີ່ສະໂມສອນຫຼັກສີ່ ແຂວງຈໍາປາສັກ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ, ວັນລັດຖະທຳມະນູນ, ວັນຢືດອຳນາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຈຳປາສັກ, ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີບັນດາທ່ານການນຳ, ອະດີດການນຳຂອງແຂວງ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ເຂົ້າຮ່ວມ.

ທ່ານ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13 ສິງຫາ 1950- 13 ສິງຫາ 2024 ) ແລະ ວັນສື່ມວນຊົນ ຄົບຮອບ 74 ປີ ( 13 ສິງຫາ 1950- 13 ສິງຫາ 2024 ) ໃນນີ້ທ່ານໄດ້ຍົກໃຫ້ເຫັນວິລະກຳການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ແລະ ສື່ມວນຊົນລາວ ຕະຫຼອດໄລຍະ 74 ປີຜ່ານ ເຊິ່ງເປັນວິລະກໍາການຕໍ້ສູ້ລະອິດລະອ້ຽວຂ້ຽວຂາດ ສະໄໝຕໍ່ສູ້ກູ້ຊາດ ໂດຍມີ 3 ໄລຍະຄື: ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ສ່ວນວັນສື່ມວນຊົນ ແລະ ວັນພີມຈຳຈ່າຍແມ່ນສ້າງຕັ້ງວັນທີ 13 ສິງຫາ 1950 ເອີ້ນວ່າໜັງສືພີມລາວອິດສະຫຼະ ຕໍ່ມາ ປີ 1956 ໄດ້ປ່ຽນຊື່ມາເປັນ ໜັງສືພີມ ລາວຮັກຊາດ ແລະ ປີ 1983 ປ່ຽນຊື່ມາເປັນ ໜັງສືພີມປະຊາຊົນ ໃນປັດຈຸບັນ ໄລຍະຕໍ່ມາກໍໄດ້ສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ ແລະ ໂທລະພາບແຫ່ງຊາດລາວ ຂຶ້ນ ພ້ອມທັງໄດ້ຮັບການບຳລຸງຮັກສາສົ່ງເສີມ, ພັດທະນາ ຢ່າງເປັນປົກກະຕິມາຮອດປັດຈຸບັນ. ພ້ອມກັນນັ້ນທ່ານ ແກ້ວລັດຕະນະ ສິຫາວົງ ຄະນະປະຈຳພັກແຂວງ , ຮອງປະທານສະພາປະຊົນຊົນ ແຂວງຈຳປາສັກ ໄດ້ຫວນຄືນວັນລັດຖະທຳມະນູນຄົບຮອບ 33 ປີ ( 15 ສິງຫາ 1991-15 ສິງຫາ 2024 ) , ທ່ານ ສະນັ່ນ ສີພາພົມນະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ໄດ້ຫວນຄືນວັນຢຶດອຳນາດທົ່ວປະເທດ ຄົບຮອບ 79 ປີ ( 23 ສິງຫາ 1945-13 ສິງຫາ 2024) ເຊິ່ງແຕ່ລະທ່ານໄດ້ຍົກໃຫ້ເຫັນມູນເຊື້ອອັນພົ້ນເດັ່ນ ແລະ ຄວາມໝາຍຄວາມສຳຄັນ ຂອງວັນປະຫວັດສາດດັ່ງກ່າວ. ພ້ອມກັນນັ້ນ, ທ່ານເຈົ້າແຂວງໄດ້ມີຄຳເຫັນຕໍ່ພິທີ ເຊິ່ງໄດ້ເນັ້ນຄື: ວັນສ້າງຕັ້ງແນວລາວສ້າງຊາດ ການນຳແຂວງຂອງພວກເຮົາຕ້ອງຍົກສູງຄວາມເອົາໃຈໃສ່ ລົງເລີກວຽກງານການເຕົ້າໂຮມຄວາມສາມັກຄີບັນດາຊົນເຜົ່າ, ໃຫ້ແຕ່ລະທ່ານກຳໃຫ້ໄດ້ຜົນງານທີ່ພົ້ນເດັ່ນ, ເຫດການທີ່ສຳຄັນ ໃນ 3 ໄລຍະປະຫວັດສາດຂອງແນວລາວສ້າງຊາດ ແລະ  ເອົາໃຈໃສ່ຕໍ່ວຽກງານສື່ມວນຊົນເຊິ່ງເປັນກະບອກສຽງ ຂອງສັງຄົມ ແລະ ຂອງພັກ.

ຂ່າວ+ພາບ: ເລົ່າລໍ່

ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191