ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານຜູ້ປະຈຳການ ສນຊ ລົງຊຸກຍູ້ວຽກງານກອງທຶນ ຢູ່ແຂວງຈຳປາສັກ

ວັນທີ 20 ສິງຫາ 2024 ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ແລະ ຢ້ຽມຢາມກອງທຶນສາມັກຄີ ແລະ ພັດມທະນາແນວລາວສ້າງຊາດ ບ້ານ. ພັນທະຄາມ ເມືອງ ຈຳປາສັກ.

ທ່ານ ບຸນມີ ລຸ້ຍມະນີ ປະທານກອງທຶນ ບ້ານ ພັນທະຄາມ ແລະ ທ່ານ ບຸນເອື້ອນ ສີລາເພັດ ຮອງປະທານກອງທຶນ ບ້ານ ພູໂອຍ ໄດ້ ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກອງທຶນສາມັກຄີ ແລະ ພັດທະນາ ແນວລາວສ້າງຊາດ ເຊິ່ງຍົກໃຫ້ເຫັນຂໍ້ສະດວກ ຂໍ້ຫຍຸ້ງຍາກ, ແບບແຜນການບໍລິຫານກອງທຶນໄລຍະຜ່ານມາ ແລະ ແຜນການ, ວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ທ່ານຮອງປະທານຜູ້ປະຈຳການ ສນຊ ພ້ອມດ້ວຍຄະນະຮັບຊາບ.

ທ່ານ ຄຳໄຫຼ ສີປະເສີດ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະຮັບຜິດຊອບກອງທຶນເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ, ດ້ານດີ ແລະ ທ່ານ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບກອງທຶນຈົ່ງສືບຕໍ່ຖອດຖອນບົດຮຽນ, ຊອກຫາວິທີການຕ່າງໆເພື່ອຂະຫຍາຍກອງທຶນໃຫ້ມີປະສິດທິພາບປະສິດທິຜົນ ເພື່ອປ່ອຍກູ້ໃຫ້ຜູ້ປະກອບການໄດ້ຕາມຄວາມຕ້ອງການ, ໃຫ້ມີການສະຫຼຸບປະຈຳເດືອນເປັນປົກກະຕິເພື່ອຊອກຫາດ້ານດີ, ດ້ານອ່ອນຄົງຄ້າງເພື່ອປັບປຸງ ແລະ ໃຫ້ຄະນະຮັບຜິດຊອບຈົ່ງປະສານສົມທົບກັບຄະນະຊີ້ນຳກອງທຶນແຕ່ລະຂັ້ນເພື່ອໃຫ້ຄວາມຮ່ວມມື, ສະດວກຕໍ່ການດຳເນີນກິດຈະກຳຕ່າງໆ ແລະ ທ່ານໄດ້ເນັ້ນ 7 ບັນຫາຕົ້ນຕໍຄື: 1) ເອົາໃຈໃສ່ບັນຫາຄຸນນະພາບຂອງຜະລິດຕະພັນກາເຟ, 2) ໃຫ້ເອົາໃຈໃສ່ແບບແຜນເຮັດວຽກ, 3) ຮັກສາມູນເຊື້ອການບໍລິຫານກອງທືນໃຫ້ນັບມື້ດີຂຶ້ນເລື້ອຍໆ, 4) ສືບຕໍ່ຖ່າຍທອດບົດຮຽນໃຫ້ພາກສ່ວນອື່ນເພື່ອໃຫ້ກອງທຶນສາມາດຂະຫຍາຍໄປຫຼາຍຂົງເຂດໃນລະດັບດີ, 5) ສືບຕໍ່ລະດົມແນວຄິດໃຫ້ປະຊາຊົນບັນດາເຜົ່າໃຫ້ມີແນວຄິດທຸ່ນທ່ຽນຕໍ່ການຜະລິດໃນໄລຍະລາຄາສິນຄ້າຕົກຕໍ່າ, 6) ໃຫ້ສືບຕໍ່ຂະຫຍາຍກອງທຶນເພື່ອເປັນໂອກາດການຂະຫຍາຍກິດຈະກຳຕ່າງໆໃຫ້ມີປະສິດທິພາບປະສິດທິຜົນສູງ, 7) ຈົ່ງສືບພົວພັນກັບຂະແໜງການກ່ຽວຂ້ອງ, ອົງການຊີ້ນຳ ແລະ ກຸ່ມບໍລິສັດພົງສະຫວັນ ເພື່ອສະດວກການດຳເນີນຕໍ່ໄປ.

ຂ່າວ+ພາບ: ເລົ່າລໍ່

ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191