ສູນກາງແນວລາວສ້າງຊາດ

Lao Front For National Development

ປາຖະກະຖາ ວັນຢຶດອໍານາດ 23 ສິງຫາ ຄົບຮອບ 49 ປີ

 

ໃນວັນທີ 23 ສິງຫາ 2024 ນີ້, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມພິທີປາຖະກະຖາ ວັນຢຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 49 ປີ (23 ສິງຫາ 1975-23 ສິງຫາ 2024) ຕິດພັນກັບການຍູ້ແຮງສ້າງຂະບວນການ ເພື່ອຂໍ່ານັບຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ທີ່ຫ້ອງປະຊຸມຫ້ອງວ່າການນະຄອນຫຼວງວຽງຈັນ. ໂດຍການ ປາຖະກະຖາຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີບັນດາສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ.

 

ທ່ານ ອານຸພາບ ຕຸນາລົມ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງວັນຢຶດອຳນາດທົ່ວປະເທດ 23 ສິງຫາ ຊຶ່ງເປັນເຫດການອັນສຳຄັນທາງດ້ານປະຫວັດສາດ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານບໍ່ຍອມຈຳນົນ, ມີໄຫວພິກ ແລະ ຄວາມປີຊາສາມາດ ຂອງນັກຮົບປະຕິວັດຮຸ່ນກ່ອນ ຕ້ານກັບຈັກກະພັດລ່າເມືອງຂຶ້ນ ໂດຍພາຍໃຕ້ການນຳພາຂອງພັກ ຈົນສາມາດຢຶດອຳນາດໄດ້ ໃນວັນທີ 23 ສິງຫາ 1975 ຊຶ່ງຮັກສາໄດ້ຄວາມເປັນເອກະລາດແຫ່ງຊາດ ແລະ ອິດສະຫຼະພາບຂອງປະຊາຊົນລາວບັນດາເຜົ່າ ໄດ້ຢູ່ເຢັນເປັນສຸກ, ສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ. ໄດ້ເປັນຂີດໝາຍສໍາຄັນ ໃນການກ້າວສູ່ການສະຖາປະນາ ສປປ ລາວ ຢ່າງສົມບູນ; ໃຫ້ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ຂອງວັນດັ່ງກ່າວ ຖືເປັນຂີດໝາຍໃນຂະບວນການຕໍ່ສູ້ກູ້ຊາດ ເພື່ອຢຶດເອົາເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຢ່າງມີໄຊ. ໄຊຊະນະ ວັນທີ 23 ສິງຫາ 1975 ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ ບົວບໍ່ຊ້ຳນ້ຳບໍ່ຂຸ່ນ ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ ວັນທີ 23 ສິງຫາ ປີ 1975 ແມ່ນວັນເປີດສັງກາດໃໝ່, ສັງກາດທີ່ປະຊາຊົນລາວ ກໍຄືຊາວນະຄອນຫຼວງວຽງຈັນ ໄດ້ມີຄວາມເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ມີລະບົບການເມືອງທີ່ເປັນເອກະພາບ, ມີພັກເປັນແກນນຳ ປະເທດຊາດໄດ້ຮັບການສ້າງສາພັດທະນາ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ບົດບາດອິດທິພົນຂອງຊາດລາວ ໄດ້ຮັບການຍົກສູງໃນເວທີສາກົນ.

ໃນການປາຖະກະຖາໃນຄັ້ງນີ້ ກໍເພື່ອເປັນການສຶກສາອົບຮົມໃຫ້ ພະນັກງານສະມາຊິກພັກ, ຜູ້ສືບທອດໄດ້ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈເລິກເຊິ່ງກ່ຽວກັບມູນເຊື້ອ ຂອງວັນປະຫວັດສາດສຳຄັນດັ່ງກ່າວ ເພື່ອພ້ອມກັັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງຕົນເອງ ໃຫ້ມີແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ບກ: ສຊ ຈື້ໄຊ

ຂ່າວ+ພາບ: ສຸວັນລີ

 

info@lfnd.org.la | 021 213754 | (856-21) 453191