ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະນຳສູນກາງແນວລາວສ້າງຊາດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 79 ປີ

     ໃນວັນທີ 28 ສິງຫາ 2024 ນີ້ ທີ່ສະຖານທູດຫວຽດນາມປະຈໍາລາວ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນວັນຊາດ ສສ. ຫວຽດນາມ ຄົບຮອບ 79 ປີ( 2 ກັນຍາ 1945-2 ກັນຍາ 2024) ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຟານ ມິງ ຈ໋ຽນ ອຸປະທູດ ສສ ຫວຽດນາມ ປະຈໍາຢູ່ ສປປ ລາວ.

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງ ທ່ານ ຟານ ມິງ ຈ໋ຽນ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງໃນທຸກດ້ານ ທີ່ ສສ.ຫວຽດນາມ ຍາດມາໄດ້ໃນຕະຫຼອດໄລຍະ 79 ປີທີ່ຜ່ານມາ. ພ້ອມກັນນັ້ນ, ທ່ານ  ຍັງໄດ້ສະແດງຄວາມພາກພູມໃຈ ຕໍ່ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.  ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຢ່າງຫຼວງຫຼາຍໃນໄລຍະທີ່ຜ່ານມາ ພ້ອມທັງອວຍພອນ ໂດຍຜ່ານ ທ່ານ ຟານ ມິງ ຈ໋ຽນ ໄປຍັງບັນດາທ່ານການນໍາພັກ-ລັດຖະບານຫວຽດນາມ, ພະນັກງານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງຍາດໄດ້ໄຊຊະນະຍິ່ງໃຫຍ່ກວ່າເກົ່າ; ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ.
ທ່ານ ຟານ ມິງ ຈ໋ຽນ ໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳຂອງສູນກາງແນວລາວສ້າງຊາດ ທີ່ໄດ້ເຂົ້າອວຍພອນໃນຄັ້ງນີ້ ແລະ ທ່ານໄດ້ກ່າວວ່າ ສະຖານທູດຫວຽດນາມ ຈະສືບຕໍ່ເປັນຂົວຕໍ່ສະໜັບສະໜູນການເສີມຂະຫຍາຍສາຍພົວພັນຂອງສອງປະເທດ ກໍ່ຄືການພົວພັນຮ່ວມມື ລະຫວ່າງ ສູນກາງແນວລວສ້າງຊາດ ກັບສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ ຫວຽດນາມ, ຄະນະຂົນຂວາຍປະຊາຊົນ ພັກກອມມູນິດຫວຽດນາມ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ ໃນຕໍ່ໜ້າ.
ຂ່າວ+ພາບ: ຢຢ
ບກ: ພ.ບຸບຜາ

info@lfnd.org.la | 021 213754 | (856-21) 453191