ສູນກາງແນວລາວສ້າງຊາດ

Lao Front For National Development

ມອບ-ຮັບເງີນສົດ ມູນຄ່າ 149,000,000 ລ້ານກີບ

ວັນທີ 29 ສິງຫາ 2024 ນີ້ຢູ່ທີ່ສູນກາງແນວລາວສ້າງຊາດ ໄດ້ມີພິທີມອບ-ຮັບເງີນສົດ ມູນຄ່າ 149,000,000 ລ້ານກີບ ( ໜຶ່ງຮ້ອຍສີ່ສີບເກົ້າລ້ານກີບ )ຈາກ ບໍລິສັດ ວັງຕັດມາຍນິງກຣຸບ  ມອບໂດຍ ທ່ານ ປອ. ນາງ ສີລິວັນ ປັດທໍາມະວົງ, ຄະນະທີ່ປືກສາ ແລະ ຄູ່ຮ່ວມງານວຽກງານສາສະໜາ, ຮອງປະທານ ບໍລິສັດວັງຕັດມາຍນິງກຣຸບ ແລະ ກ່າວຮັບໂດຍທ່ານ ນາງ ສີສະຫຽວ ທໍາມະເທວາ, ກໍາມະການສູນກາງແນວລາວສ້າງຊາດ, ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ. ນາງ ອິນລະວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

​ເງິນສົດທີ່ມອບໃນຄັ້ງນີ້ແມ່ນມອບໃຫ້ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອຊ່ວຍຈັດງານສົບ ແລະ ເຮັດບຸນໃຫ້ຜູ້ເສຍຊິວິດ ທີ່ບໍ່ມີຍາດພີ່ນ້ອງຢູ່ບັນດາໂຮງໜໍ ໃນນະຄອນຫຼວງວຽງຈັນ, ໂດຍຜ່ານກົມສາສະໜາ ສູນກາງແນວລາວສ້າງຊາດ.

ໂອກາດດັ່ງກ່າວນີ້ທ່ານ ດຣ. ນາງ ອິນລະວັນ ແກ້ວບຸນພັນ ໄດ້ຕາງໜ້າໃຫ້ຄະນະນໍາ ສູນກາງແນວລາວສ້າງຊາດ ກ່າວສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍ, ແລະ ຮູ້ບຸນຄຸນຕໍ່ຄະນະທີ່ປືກສາ ແລະ ຄູ່ຮ່ວມງານວຽກງານສາສະໜາ, ກໍ່ຄື ບໍລິສັດ ວັງຕັດມາຍນິງກຣຸບ ທີ່ໄດ້ມີນໍ້າໃຈໃສສັດທາ, ປະກອບສ່ວນງົບປະມານຈໍານວນດັ່ງກ່າວເພື່ອຈັດງານສົບ ແລະ ເຮັດບຸນໃຫ້ຜູ້ເສຍຊິວິດ ທີ່ບໍ່ມີຍາດພີ່ນ້ອງຢູ່ບັນດາໂຮງໜໍ ໃນນະຄອນຫຼວງວຽງຈັນໃນຄັ້ງນີ້, ພ້ອມທັງມອບໃບຍ້ອງຍໍ ໃຫ້ບໍລິສັດ ວັງຕັດມາຍນິງກຣຸບ ເພື່ອຈາລຶກບຸນຄຸນຂອງທ່ານຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191