ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສສ ຫວຽດນາ

     ໃນວັນທີ 30 ສິງຫາ 2024 ນີ້ທີ່ສູນກາງແນວລາວສ້າງຊາດ; ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂງວັນດົງ ຜູ້ອຳນວຍການບໍລິສັດ ປຸ໋ຍກາຫົວຄວາຍບິນດ່ຽນ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາເຊັນສັນຍາຮ່ວມມືກັບບໍລິສັດ ໄພບູນການຄ້າ ຂາເຂົ້າ-ຂາອອກ ຈຳກັດ.
ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຢ່າງອົບອຸ່ນ, ໄດ້ຍົກໃຫ້ເຫັນເຖີງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ ແລະ ທ່ານໄດ້ໃຫ້ຮູ້ວ່າ: ສູນກາງແນວລາວສ້າງຊາດ ມີການພົວພັນຮ່ວມມືກັບສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ ຫວຽດນາມ, ຄະນະຂົນຂວາຍປະຊາຊົນ ພັກກອມມູນິດຫວຽດນາມ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ. ພ້ອມກັນນີ້, ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການເຊັນສັນຍາການຮ່ວມມືຂອງສອງບໍລິສັດໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນຍົກລະດັບວຽກງານກະສິກຳ ຂອງ ສປປ ລາວ ເປັນຕົ້ນແມ່ນການສະໜອງປຸ໋ຍທີ່ມີຄຸນນະພາບໃຫ້ຊາວນາຊາວສວນ ນຳໄປໝູນໃຊ້ເຂົ້າໃນການທຳການຜະລິດ ເພື່ອໄດ້ຮັບໝາກຜົນຫຼາຍຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ການຮ່ວມມືໃນຄັ້ງນີ້ໃຫ້ກ້າວໄປເຖີງການຮ່ວມມືສ້າງໂຮງງານປຸ໋ຍ ຢູ່ ສປປ ລາວ ໃນຕໍ່ໜ້າ ເນື່ອງຈາກວ່າໃນປັດຈຸບັນວຽກງານກະສິກຳ ຢູ່ ສປປ ລາວ ເຮົາຍັງຕ້ອງການປຸ໋ຍເພື່ອສະໜອງໃຫ້ແກ່ການຜະລິດ ເປັນຈຳນວນຫຼວງຫຼາຍ.
ທ່ານ ໂງວັນດົງ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ສິນລະວົງ ຄຸດໄພທູນ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມທັງໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ.
ຂ່າວ: ຢຢ
ບກ: ສືເຊັ່ງ

info@lfnd.org.la | 021 213754 | (856-21) 453191