ວັນທີ 7 ກັນຍາ 2024 ນີ້, ສູນກາງແນວລາວສ້າງຊາດ ເຂົ້າຮ່ວມຂະບວນການອອກແຮງງານ, ອະນາໄມ, ປະດັບປະດາ ແລະ ຮັກສາຄວາມສະອາດຕາມເສັ້ນທາງໃນເທດສະບານ ນະຄອນຫຼວງວຽງຈັນ.

ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ພົຕ. ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ກະຊວງປ້ອງກັນປະເທດ, ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນ ຫຼວງ ອາຊຽນ, ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.


