ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ລົງຕິດຕາມສະພາບນໍ້າຖ້ວມໃນນະຄອນຫຼວງວຽງຈັນ.

ວັນທີ 15 ກັນຍາ 2024, ຄະນະນໍາ ສູນກາງແນວລາວສ້າງຊາດ(ສນຊ)ນໍາໂດຍ ທ່ານ ດຣ ນ. ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ,  ຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະປຸກລະດົມການຊ່ວຍເຫຼືອໄພພິບັດ ຂອງ ສນຊ, ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫລວງວຽງຈັນ, ພຣະອາຈານພົງສະຫວັນ ອານຸສິນ ກໍາມະການສູນກາງແນວລາວສ້າງຊາດ ປະທານມູນນິທິ ຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ສາຂານະຄອນຫລວງວຽງຈັນ, ທ່ານ ປອ ຄໍາຫລ້າ ວິນໄລທອງ ກໍາມະການສູນກາງແນວລາວສ້າງຊາດ ຮອງຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າ ສນຊ, ທ່ານ ນ. ແກ້ວມະນີວອນ ຜາລີຂັນ ກໍາມະການສູນກາງແນວລາວສ້າງຊາດ, ປະທານສະມາຄົມຄຸນຄ່າລາວ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມສະພາບນໍ້າຂອງຢູ່ລຽບແຄມແມ່ນໍ້າຂອງເຊັ່ນ: ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ.

ການລົງຕິດຕາມຄັ້ງນີ້ ໄດ້ມອບວັດຖຸປັດໃຈຈາກການລະດົມຂອງ ພຣະອາຈານ ພົງສະຫວັນ ອານຸສິນ; ມີກະສອບຊາຍ 12.000ໜ່ວຍ ມູນຄ່າ 42.000.000ກີບ, ເພື່ອນໍາໄປມອບໃຫ້ເມືອງຫາດຊາຍຟອງຈໍານວນ 4.000 ໜ່ວຍ, ຮັບໂດຍ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງ ຫາດຊາຍຟອງພ້ແມດ້ວຍຄະນະຕ້ານໄພພິບັດຂັ້ນເມືອງ, ມອບໃຫ້ເມືອງປາກງື່ມ ຈໍານວນ 8.000 ກະສອບ ຮັບໂດຍ ທ່ານ ພູວົງ ວົງຄໍາຊາວ ແລະ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ

ພ້ອມກັນນີ້ ຍັງມີເຂົ້າກ່ອງຈາກສະມາຄົມຄຸນຄ່າລາວປະກອບສ່ວນຈໍານວນ 300ກ່ອງ ມູນຄ່າ 9.000.000ກີບ.

ການລົງຕິດຕາມສະພາບນໍ້າຖ້ວມໃນຄັ້ງນີ້, ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄືສູນກາງແນວລາວສ້າງຊາດ ແລະ ປະຊາຊົນບັນດາເຜົ່າຕໍ່ຜູ້ໄດ້ຮັບຜົນກະທົບຄັ້ງນີ້.

info@lfnd.org.la | 021 213754 | (856-21) 453191