ກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024

          ວັນທີ 7 ຕຸລາ 2024, ກະຊວງ ແຜນການ ແລະ ການລົງ ທຶນ ຂອງ ສປປ ລາວ ຮ່ວມກັບ ຄະນະກໍາມາທິການເສດຖະ ກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊິຟິກ (United Nations Economic and Social Commission for Asia and the Pacific (UNESCAP)) ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN Business Advisory Council (ABAC)) ໄດ້ຈັດກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 (ASEAN Investment Forum 2024) ທີ່ໂຮງແຮມແລນມາກ, ນະ ຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ເພື່ອແນໃສ່ຍົກສູງບົດບາດຂອງອາຊຽນເພື່ອບັນລຸເປົ້າໝາຍການດຶງດູດລົງທຶນໃນໄລຍະການຈັດຕັ້ງແຜນບູລິມະສິດໃນແຜນຍຸດທະສາດທີ່ສໍາຄັນໃນການຂະຫຍາຍຕົວແບບຍືນຍົງ ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະ ຊົນ ແລະ ອົງການຈັດຕັ້ງສາກົນຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ລວມຈຳນວນ 300 ກວ່າທ່ານ.
          ເວທີກອງປະຊຸມສໍາລັບປີນີ້ ໄດ້ຈັດຂຶ້ນໃນຊ່ວງທີ່ສປປ ລາວ ໄດ້ຮັບກຽດ ເປັນປະທານອາຊຽນ 2024 ຊຶ່ງຖືເປັນບົດບາດສຳຄັນເພື່ອເປົ້າໝາຍການເຊື່ອມໂຍງເສດຖະກິດອາຊຽນໃນລວງເລິກ ຜ່ານການສະແດງໃຫ້ເຫັນກາລະໂອກາດລົງທຶນຕາມວິໄສທັດຂອງອາຊຽນ ໂດຍເລັງໃສ່ການພົວພັນທາງດ້ານເສດຖະກິດທີ່ເຂັ້ມແຂງ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ສຸມໃສ່ການຫັນເປັນດິຈິຕອນ ເພື່ອຮັບປະກັນໃຫ້ພາກພື້ນມີການເຊື່ອມໂຍງທີ່ສູງຂຶ້ນ.
          ໃນໂອກາດທີ່ສຳຄັນດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມສາມາດການປັບຕົວຂອງອາຊຽນ ໃນການປະເຊີນໜ້າກັບສິ່ງທ້າທາຍໃນທົ່ວໂລກ ແລະ ໄດ້ຍົກໃຫ້ເຫັນແຜນການດຳເນີນງານການລົງທຶນຂອງພາກພື້ນອາຊຽນ ເປັນຂໍ້ລິເລີ່ມທີ່ສຳຄັນ ເພື່ອແນໃສ່ຊຸກຍູ້ໃຫ້ອາຊຽນເປັນຈຸດໝາຍຂອງການລົງທຶນ. ພ້ອມນັ້ນ, ໄດ້ຍົກໃຫ້ເຫັນຄວາມ ສຳຄັນຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນການຊຸກຍູ້ການພັດທະນາປະເທດ, ໂດຍສະເພາະຂະແໜງການພະລັງ ງານທົດແທນ, ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ. ລັດຖະບານລາວໄດ້ ໃຫ້ຄວາມສຳຄັນຕໍ່ພາກເອກະຊົນ, ສະນັ້ນຈຶ່ງໄດ້ ປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີຄວາມສະດວກ, ຫຼຸດຂອດຂັ້ນຕອນການດຳເນີນທຸລະກິດ ແລະ ເພີ່ມຄວາມວ່ອງ ໄວ. ປັດຈຸບັນ, ສປປ ລາວ ໄດ້ດຶງດູດການລົງທຶນຈາກຕ່າງປະ ເທດເພີ່ມ ຂຶ້ນຢ່າງຕໍ່ເນື່ອງໃນບັນດາຂະແໜງການທີ່ມີທ່າແຮງ ເປັນຕົ້ນ ຂະແໜງກະສິກຳສະອາດ, ການພັດທະນາໄຟຟ້າພະລັງນ້ຳ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ເຊິ່ງປະກອບສ່ວນອັນສໍາຄັນເຂົ້າໃນເປົ້າໝາຍ ການພັດທະນາຕາມທິດສີຂຽວ ແລະ ພະລັງງານສະອາດຂອງພາກພື້ນ.
          ກອງປະຊຸມໄດ້ເປີດໂຕແຜນດໍາເນີນງານການລົງທຶນພາກພື້ນອາຊຽນ (2025-2030) ເຊິ່ງໄດ້ກຳນົດແຜນຍຸດທະສາດ ເພື່ອເປັນທິດທາງໃຫ້ບັນດາປະເທດສະມາຊິກອາຊຽນໃນການດຶງດູດການລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ວາງທິດທາງອາຊຽນເປັນຈຸດໝາຍປາຍທາງຂອງການລົງທຶນ ໂດຍສອດຄ່ອງກັບສັນຍາການລົງທຶນຮອບດ້ານອາຊຽນ ແລະ ແຜນແມ່ບົດປະ ຊາຄົມເສດຖະກິດອາຊຽນ 2025.
          ນອກຈາກນັ້ນ, ກອງປະຊຸມໄດ້ເປີດເວທີສົນທະນາໃນຮູບ ແບບ panel discussion ທັງນີ້ເພື່ອຍົກໃຫ້ເຫັນທ່າອ່ຽງ, ກາລະໂອກາດ, ສິ່ງທ້າທາຍໃນການລົງ ທຶນຢູ່ບັນດາປະເທດອາ ຊຽນ, ການຈັດຕັ້ງປະຕິບັດການລົງທຶນແບບມີຄວາມຮັບຜິດ ຊອບ, ການພັດທະນາພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ, ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຮ່ວມມືລະ ຫວ່າງປະເທດເພື່ອໃຫ້ອາຊຽນເປັນເປົ້າໝາຍປາຍທາງການລົງ ທຶນຂອງໂລກ.
ຄຽງຄູ່ກັບການຈັດກອງປະຊຸມລົງທຶນອາຊຽນ, ໃນວັນທີ 6 ຕຸລາ 2024 ຄະນະຜູ້ ແທນກອງປະຊຸມຈຳນວນ 80 ທ່ານໄດ້ເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດ 3 ແຫ່ງຄື: ເຂດເສດຖະກິດພິເສດເບຶງທາດຫຼວງ, ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ແລະ ເຂດເສດຖະກິດພິເສດ ກວມລວມໄຊເສດຖາ ທັງ ນີ້ເພື່ອສະແດງໃຫ້ເຫັນເຖິງຄວາມພ້ອມໃນການພັດທະນາພື້ນ ຖານໂຄງລ່າງເພື່ອຮອງຮັບການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການເຊື່ອມໂຍງເຊື່ອມຈອດເສດຖະກິດກັບພາກພື້ນ.