ເຈົ້າໜ້າທີ່ອາວຸໂສອາຊຽນ ປຶກສາຫາລື ກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ

     ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 9-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 7 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືກ່ຽວກັບຫຼາຍໆບັນຫາ ໃນນີ້ກໍມີການກະກຽມດ້ານຕ່າງໆສຳລັບການເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລສເຕ.
     ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ດຳເນີນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ; ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລສເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນ ເຂົ້າຮ່ວມ ຊຶ່ງກອງປະຊຸມດັ່ງກ່າວ, ໄດ້ທົບທວນຄືນ ແລະ ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ 9 ບູລິມະສິດສຳລັບການເປັນປະທານອາຊຽນ 2024 ຂອງ ສປປ ລາວ, ລວມທັງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.
      ພ້ອມນີ້, ກອງປະຊຸມກໍໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານຕ່າງໆ ສຳລັບການເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລສເຕ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການສະໝັກເຂົ້າເປັນພາຄີສົນທິສັນ ຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນ ແລະ ການກະກຽມໃຫ້ແກ່ການລົງນາມເຂົ້າເປັນພາຄີ TAC ໂດຍລຸກຊຳບວກ ໃນວັນທີ 10 ຕຸລາ 2024 ນີ້. ກອງປະຊຸມ, ຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໂດຍເນັ້ນຢໍ້າເຖິງຄວາມສໍາຄັນໃນການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ.
     ອັນສຳຄັນໃນກອງປະຊຸມຄັ້ງນີ້, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືກ່ຽວກັບຫຼາຍໆບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໂດຍສະເພາະແຜນການເຄື່ອນໄຫວຂອງຜູ້ນຳ ແລະ ເອກະສານຜົນຂອງບັນດາກອງປະຊຸມສຸດຍອດ ເພື່ອພິຈາລະນາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນໄລຍະ 1 ອາທິດ, ຊຶ່ງມີທັງໝົດ 16 ກອງປະຊຸມສຸດຍອດ ແລະ ມີຫຼາຍກວ່າ 20 ປະມຸກລັດ, ຫົວໜ້າລັດຖະບານຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຂົ້າຮ່ວມ.
(ຂ່າວ: ສຸກສະຫວັນ, ພາບ: ຕຸໄລ)