ກອງປະຊຸມໄດ້ໄຂຂື້ນຢ່າງເປັນທາງການທີ່ ຫໍປະຊຸມແຫ່ງຊາດ ພາຍໄຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນນາມປະທານອາຊຽນ ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນ ເຂົ້າຮ່ວມ, ໃນຕອນເຊົ້້າ ຂອງວັນທີ 8 ຕຸລາ 2024ນີ້, ທີ່ນະຄອນຫຼວງວຽງຈັນ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28 ເຊີ່ງກອງປະຊຸມດັ່ງກ່າວນີ້ ສຸດທີມີຄວາມໝາຍ ຄວາມສໍາຄັນ ເປັນການທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເສົາຄໍ້າການເມືອງຄວາມຫມັ້ນຄົງອາຊຽນ 2025 ຊຶ່ງມາຮອດປັດຈຸບັນ ໄດ້ສຳເລັດແລ້ວ 99.6% ແລະ ຍັງເຫຼືອພຽງບາງກິດຈະກຳ ທີ່ອາຊຽນຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນປີ 2025.
ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຊາບ ການຈັດຕັ້ງປະຕິບັດບັນດາຫນ້າວຽກ ຂອງຂະແຫນງການຕ່າງໆ ພາຍໃຕ້ ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ ສຳລັບປີ 2024 ທີ່ ສປປລາວ ເປັນປະທານ ເປັນຕົ້ນແມ່ນ ບັນດາຜົນ ແລະ ກິດຈະກຳຕ່າງໆ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM); ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກສາມ (ADMM Plus); ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ (AMMTC); ເວທີພາກພື້ນອາຊຽນ (ARF) ແລະ ກອງປະຊຸມໜ່ວຍງານຄຸ້ມຄອງພະລັງງານປະລຳມະນູ ຂອງອາຊຽນ (ASEANTOM); ຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍ ສິດທິມະນຸດ (AICHR) ແລະ ບັນດາກົນໄກອື່ນໆ ຂອງເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບບົດລາຍງານປະຈຳປີ2023 ຂອງສະຖາບັນເພື່ອສັນຕິພາບ ແລະ ຄວາມປອງດອງອາຊຽນ (ASEAN-IPR).
ບກ ໂດຍ: ສຊ ຈື້ໄຊ


