ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ

ໃນຕອນເຊົ້າຂອງວັນທີ 8 ຕຸລາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 08-11 ຕຸລາ 2024ນີ້.
ໃນໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ ພ້ອມທັງໄດ້ຮ່ວມກັນປຶກສາຫາລືທິດທາງໃນການເສີມຂະຫຍາຍການຮ່ວມມືຮອບດ້ານໃນຕໍ່ໜ້າ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ແລະ ພົບປະຂອງການນໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ຫຼ້າສຸດ ສອງເລຂາທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ກໍໄດ້ພົບປະກັນ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາປະເທດ ນໍາໃຊ້ພາສາຝຣັ່ງຢູ່ ນະຄອນຫຼວງປາຣີ ໃນວັນທີ 5 ຕຸລາ 2024 ທີ່ຜ່ານມາ, ເຊິ່ງເປັນການສະແດງເຖິງຄວາມມີຊີວິດຊີວາຂອງສາຍພົວພັນພິເສດຂອງສອງປະເທດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນ ໃນການສືບຕໍ່ຊີ້ນໍາບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ໃຫ້ປະສານສົມທົບກັນຢ່າງ ແໜ້ນແຟ້ນ ເພື່ອຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມລັດຖະກິດ ຢູ່ ສສ. ຫວຽດນາມ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ຜົນການພົບປະສອງກົມການເມືອງ ໃນລະຫວ່າງວັນທີ 10-13 ກັນຍາ 2024 ຜ່ານມາ, ໂດຍສະເພາະບັນດາບູລິມະສິດຕົ້ນຕໍທີ່ສອງຝ່າຍໄດ້ເປັນເອກະພາບກັນ ເປັນຕົ້ນແມ່ນການເຊື່ອມຈອດພື້ນຖານເສດຖະກິດສອງປະເທດ ລາວ-ຫວຽດນາມ ແລະ ພື້ນຖານເສດຖະກິດສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ ໂດຍສະເພາະແມ່ນການເຊື່ອມໂຍງພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ, ລະບົບລະບຽບ, ການເງິນ, ດ້ານພະລັງງານ, ການທ່ອງທ່ຽວ, ການຄ້າ-ການລົງທຶນ ແລະ ດ້ານອື່ນໆ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ກໍຄື ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ລວມທັງການຊ່ວຍເຫຼືອບັນເທົາທຸກຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ ສປປ ລາວ.
ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບ ແລະ ປະທານອາຊຽນ ປີ 2024 ຂອງ ສປປ ລາວ ພ້ອມທັງໄດ້ອວຍພອນໃຫ້ການເປັນປະທານອາຊຽນຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ.