ໃນຕອນເຊົ້າຂອງວັນທີ 10 ຕຸລາ 2024, ພະນະທ່ານ ອິຊິບະ ຊິເງະຣຸ (H.E. Mr. ISHIBA Shigeru), ນາຍົກລັດຖະມົນຕີ ຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພຸດ ສິມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ຄະນະຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 27, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ໃນລະຫວ່າງວັນທີ 10-11 ຕຸລາ 2024. ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ ຍັງຈະພົບປະສອງຝ່າຍຢ່າງເປັນທາງການກັບ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ກົມໂຄສະນາ ສູນກາງແນວລາວສ້າງຊາດ


