ປະທານ ສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ

 

ໃນວັນທີ 4-7 ຕຸລາ 2024ຜ່ານມານີ້,  ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ, ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,  ປະທານສູນກາງແນວລາວສ້າງຊາດ ພ້ອມ​ດ້ວຍ​ຄະນະໄດ້ລົງເຄື່ອນໄຫວຊຸ​ກຍູ້​ວຽກງານ​ແນວ​ລາວ​ສ້າງ​ຊາດ 2 ​ເມືອງ ຂອງ​ແຂວງ​ສະຫວັນ​ນະ​ເຂດ ຄື: ​ແນວ​ລາວ​ສ້າງ​ຊາດ ​ນະຄອນ​ໄກສອນ​ພົມວິຫານ ​ແລະ ​ແນວ​ລາວ​ສ້າງ​ຊາ​ດ ​ເມືອງ ​ເຊ​ໂປ​ນ; ​ເພື່ອ​ລົງ​​ຊຸກ​ຍູ້​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ ​ໂດຍ​ສະ​ເພາະ​ແມ່ນ ການ​ກະກຽມ​ການ​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ແນວ​ລາວ​ສ້າງ​ຊາດ ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ, ກະກຽມ​ສະ​ເຫຼີ​ມສະຫຼອງ 3 ວັນ​ປະຫວັດສາດ ​ໃນ​ປີ 2025 ຄື: ວັນ​ຊາດ ຄົບຮອບ 50 ປີ (2/12/1975-2/12/2025), ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 70 ປີ ( 22/3/1955-22/3/2025)​ ​ແລະ ວັນ​ເກີດ​ປະທານ ​ໄກສອນພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ​ແລະ ມີ​ຄໍາ​ເຫັນ​ຕໍ່​​ບົດບາດ​ຂອງ​ວຽກງານແນວໂຮມໃນໄລະຍາໃໝ່ ​; ​ຄະນະ​ຍັງໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຄອມ​ພີ​ວ​ເຕີ​ ຈໍານວນ 2 ຊຸດ ໃຫ້​ແກ່ຫໍສະໝຸດ ເມືອງ​ ເຊ​ໂປ​ນ ​ເພື່ອ​ນໍາ​ໃຊ້​ໃນ​ວຽກ​ງານ​ບໍລິຫານ​ຫໍສະໝຸດ;  ພ້ອມ​ກັນນັ້ນ ຍັງ​ໄດ້​ຮັບ​ເອົາ​ຄໍາ​ສະ​ເໜີ​ຂອງ 2 ​ເມືອງ​ດັ່ງກ່າວ​ເພື່ອ​ນໍາ​ມາ​ຄົ້ນຄວ້າ​ຕໍ່​ຄະນະ​ປະ​ຈໍາ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ເຊັ່ນ: ສະ​ເໜີ​ຂໍງົບປະມານ​ໃນ​ການ​ລົງ​ເຄື່ອນ​ໄຫວ​ທ້ອງ​ຖິ່ນ ​ເພີ່ມ​ຕື່ມ, ພາຫະນະ​ຮັບ​ໃຊ້  ​ແລະ  ອຸປະກອນ​​ໄອ​ທີທີ່​ມີ​ຄວາມ​ຈໍາ​ເປັນ​ໃນ​ການ​ເຮັດ​ວຽກ​ປະ​ຈໍາ​ວັນ.

ນອກຈາກນັ້ນຄະນະ​ກໍ່​ໄດ້​ລົງ​ໄປຢ້ຽມຢາມກອງ​ທຶນບ້ານ​ສາມັກຄີ​ພັດທະນາແນວ​ລາວ​ສ້າງ​ຊາດ ບ້ານ ດົງ​ຄໍາ​ໝື່ນ, ​ເມືອງ ຈໍາ​ພອນ, ​ແຂວງ ສະຫວັນ​ນະ​ເຂດ ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ກອງ​ທືນ​ໃນ​ໄລຍະ 5 ປີ ຜ່ານ​ມາ ​ແຕ່​ປີ 2019-2024  ​ເຫັນ​ວ່າ: ການ​ເຄື່ອນ​ໄຫວ​ວຽກ​ງານ​ກອງ​ທືນ ຂອງ​ບ້ານ ດົງ​ຄໍາ​ໝື່ນ ສາມາດ​ຊຸກຍູ້​ໃຫ້​ຊາວ​ກະສິກອນ​​ປະຊາຊົນ​ພາຍ​ໃນ​ບ້ານ ​ແລະ ເມືອງ​ໃນ​ການ​ເຮັດ​ການ​ຜະລິດຂະຫຍາຍຕົວ​ຂື້ນ​ກວ່າ​ເກົ່າ; ນອກ​ນີ້ ຍັງ​ໄດ້​ໄປ​ຢ້ຽມຢາມ​ພື້ນຖານ​ການ​ຜະລິດ ຈໍານວນ​ໜື່ງ ​ເຊັ່ນ: ບໍລິສັດ ຊັນ​ເປັບ​ເປິ​ໂຮ​ນດິງ ທີ່ ​ເມືອງ ​​ເຊ​ໂປ​ນ ​ແລະ ​ໂຮງງານ​ຜະລິດ​ນໍ້າ​ດື່ມ ​ແລະ ນໍ້າກ້ອນ​ໂລມາ​ຄໍາ .

ບກ ໂດຍ: ສຊ ຈື້ໄຊ