ອາຊຽນ-ການາດາ ກໍານົດທິດທາງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ

     ຂປລ. ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ ນາຍົກ ລັດຖະມົນຕີ ການາດາ, ພ້ອມດ້ວຍນາຍົກລັດຖະມົນຕີຂອງ ຕີມໍແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.
     ກອງປະຊຸມ ໄດ້ທົບທວນຄືນ ແລະ ກໍານົດທິດທາງ ໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາ ຊຽນ-ການາດາ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ການາດາ ໃນຕະຫລອດໄລຍະ 46 ປີຜ່ານມາ ໂດຍສະເພາະ ການຍົກລະດັບການພົວພັນອາຊຽນ-ການາດາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2023 ຜ່ານມາ ໄດ້ສະທ້ອນໃຫ້ເຫັນໝາກຜົນຂອງການຮ່ວມມື ກໍຄື ຄວາມໝາຍໝັ້ນຂອງອາຊຽນ ແລະ ການາດາ ໃນການຮັດແໜ້ນ ການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຕໍ່ໜ້າ.
      ສໍາລັບ ທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ເຫັນດີໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ (2021-2025) ໃຫ້ມີປະສິດທິຜົນ ແລະ ໃຫ້ເລີ່ມຮ່າງແຜນປະຕິບັດງານສະບັບໃໝ່ (2026-2030) ໃຫ້ສໍາເລັດໃນປີໜ້າ. ພ້ອມນີ້, ທັງສອງຝ່າຍ ຍັງເຫັນດີຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ລະ ຫວ່າງ ອາຊຽນ ແລະ ການາດາ ໂດຍສະເພາະໃຫ້ເລັ່ງລັດຂະບວນການເຈລະຈາສັນຍາເຂດການຄ້າເສລີ ອາຊຽນ-ການາດາ ໃຫ້ສໍາເລັດໂດຍໄວ. ໃນໂອກາດນີ້, ຜູ້ນໍາອາຊຽນ ແລະ ການາດາ ໄດ້ຮັບຮອງເອົາຖະແຫລງການຮ່ວມຂອງຜູ້ນໍາອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.
ສປປ ລາວ ໃນຖານະເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມືອາຊຽນ-ການາດາ ສໍາລັບສົກປີ 2024-2027 ໄດ້ສະແດງຄວາມໝາຍໝັ້້ນ ເພື່ອເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ການາດາ ເພື່ອຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ການາດາ. ການາດາ ເປັນໜຶ່ງໃນຄູ່ເຈລະຈາທີ່ຍາວນານຂອງ ອາຊຽນ ນັບຕັ້ງແຕ່ປີ 1977 ເປັນຕົ້ນມາ ແລະ ການພົວພັນດັ່ງກ່າວ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ຈົນໄດ້ຮັບການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ການາດາ ໃນປີ 2023 ຜ່ານມາ.