ໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເປັນປະທານກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຢຸນ ຊອກ ຢອນປະທານາທິບໍດີ ແຫ່ງ ສ.ເກົາຫຼີ ເຂົ້າຮ່ວມ. ມີທ່ານ ນາຍົກລັດຖະມົນຕີຂອງ ຕີມໍແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງການພົວພັນ ອາຊຽນ-ສ.ເກົາຫຼີ ຄົບຮອບ 35 ປີ ໃນປີ 2024 ນີ້ ຊຶ່ງໃນໂອກາດນີ້ ບັນດາ ຜູ້ນໍາຂອງອາຊຽນ ແລະ ສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການ ພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ຕະຫຼອດໄລຍະ 35 ປີຜ່ານມາ ແລະ ເຫັນດີຍົກລະດັບການພົວພັນອາຊຽນ-ສ.ເກົາຫຼີ ຂື້ນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ໂດຍໄດ້ຮັບຮອງເອົາ ຖະແຫຼງການຮ່ວມຂອງຜູ້ນໍາ ວ່າ ດ້ວຍການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ເກົາຫຼີ; ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ໄດ້ປຶກສາຫາລືເພື່ອ ຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ ລວມທັງຊຸກຍູ້ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດີຈີຕອນ ແລະ ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ການສຶກສາ, ສາທາລະນະສຸກ, ການປ່ຽນແປງດິນ ຟ້າອາກາດ ແລະ ໄພພິບັດທຳມະຊາດ ກໍຄືການໄປມາຫາສູ່ຂອງປະຊາຊົນ ຂອງສອງປະເທດ. ສ.ເກົາຫຼີ ເປັນຄູ່ເຈລະຈາໜຶ່ງທີ່ສໍາຄັນ ແລະ ຫ້າວຫັນຂອງອາຊຽນ ອາຊຽນ ແລະ ສ.ເກົາຫຼີ ໄດ້ສ້າງຕັ້ງສາຍພົວພັນ ໃນປີ 1989, ໄດ້ຍົກລะດັບ ເປັນຄູ່ຮ່ວມຍຸດທະສາດ ໃນປີ 2010 ແລະ ເປັນຄູ່ຮ່ວມຍຸດທະສາດຮອบ ດ້ານ ໃນປີ 2024.
ຂ່າວ: ກົມໂຄສະນາ ສູນກາງແນວລາວສ້າງຊາດ




