ກອງປະຊຸມ ສຸດຍອດອາຊຽນ- ຍີ່ປຸ່ນ ຄັ້ງທີ 27 ຕີລາຄາສູງ ຕໍ່ການ ພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ໃນ ຕະຫຼອດໄລຍະ 50 ປີ

 

ໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເປັນປະທານກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ໂດຍມີບັນດາຜູ້ນຳອາຊຽນ ແລະ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ເຂົ້າຮ່ວມ, ພ້ອມດ້ວຍ ນາຍົກລັດຖະມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມໃນນາມຜູ້ ສັງເກດການ. ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມືທີ່ຜ່ານມາ ແລະ ໄດ້ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ເພື່ອຮັບປະກັນຜົນປະໂຫຍດ ລວມຂອງປະຊາຊົນໃນອາຊຽນ, ຍີ່ປຸ່ນ ແລະ ໃນໂລກ. ສອງຝ່າຍ ໄດ້ຕີລາຄາ ສູງ ຕໍ່ການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ໃນຕະຫຼອດໄລຍະ 50 ປີຜ່ານມາ ທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ ກໍຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ນອກຈາກນີ້, ກອງປະຊຸມໄດ້ ສະແດງຄວາມຊົມເຊີຍຕໍ່ກັບຜົນສໍາເລັດອັນຈົບງາມໃນການຈັດກອງ ປະຊຸມສຸດຍອດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ໃນປີ 2023 ທີ່ ຜ່ານມາ.

ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຖະແຫຼງການຮ່ວມວິໄສທັດຜູ້ນໍາ ອາຊຽນ-ຍີ່ປຸ່ນ ແລະ ແຜນການ ຈັດຕັ້ງປະຕິບັດຖະແຫຼງການຮ່ວມວິໄສທັດຜູ້ນຳອາຊຽນ-ຍີ່ປຸ່ນ ວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື. ກອງປະຊຸມ ໄດ້ຊົມເຊີຍ ການປະກອບສ່ວນ ອັນສໍາຄັນ ຂອງ ຍີ່ປຸ່ນ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ຜ່ານກອງ ທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ ເປັນຕົ້ນແມ່ນ ດ້ານເສດຖະກິດ, ການຫັນປ່ຽນເປັນດິຈິຕອນ, ພະລັງງານ, ນະວັດຕະກຳປັນຍາປະດິດ, ການແລກປ່ຽນທາງດ້ານ ວັດທະນະທໍາ-ສັງຄົມ ແລະ ການພັດທະນາແບບຍືນຍົງ. ຍີ່ປຸ່ນ ເປັນຄູ່ເຈລະຈາທີ່ຍາວນານ ແລະ ສໍາຄັນຂອງອາຊຽນ. ອາຊຽນ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນໃນປີ 1973, ໄດ້ຖືກຍົກລະດັບຂຶ້ນເປັນຄູ່ ຮ່ວມຍຸດທະສາດ ໃນປີ 2011 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນ ປີ 2023.

ກົມໂຄສະນາ ສູນກາງແນວລາວສ້າງຊາດ