ມອບ-ຮັບ ກ່ອງຂອງຂວັນສຳລັບເດັກນ້ອຍ

 

ວັນທີ 14 ຕຸລາ 2024  ທີ່ ສູນກາງແນວລາວສ້າງຊາດ (ສນຊ), ຄະນະສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ  ໄດ້ນຳກ່ອງຂອງຂວັນສຳລັບເດັກນ້ອຍ ມາມອບໃຫ້ ສູນກາງແນວລາວສ້າງຊາດ ເພື່ອນຳໄປແຈກຢາຍໃຫ້ແກ່ລູກຫຼານປະຊາຊົນ ທີ່ປະສົບໄພພີບັດຈາກທຳມະຊາດ ຢູ່ບັນດາແຂວງຕ່າງໆ ລວມມູນຄ່າ 290,000,000 ກີບ ເຊິ່ງກ່າວມອບ ໂດຍທ່ານ ສາສະໜາຈານ ຄຳແດງ ກຸນທະປັນຍາ ປະທານສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ດຣ ນາງ ອີນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະຮັບຜິດຊອບປຸກລະດົມຊ່ວຍເຫຼືອບັນເທົາທູກຜູ້ປະສົບໄພພີບັດ ສນຊ ພ້ອມດ້ວຍຄະນະ.

ໃນໂອກາດນີ້ ທ່ານ ຮອງປະທານ ສນຊ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງຄະນະສູນລວມຄຣິສຕະຈັກ ຂ່າວປະເສີດ ສປປ ລາວ ທີ່ຍາມໃດ ກໍໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ເພື່ອນຮ່ວມຊາດ, ໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ເຖິງວ່າສະພາບເສດຖະກິດຈະມີຄວາມຫຍຸ້ງຍາກກໍ່​ຕາມ ແຕ່​ພວກ​ເຮົາ​ກໍ່​ພ້ອມ​ກັນ​ບິ​ແບ່ງ​ນ້ຳ​ໃຈ​ຊ່ວ​ຍ​ເຫຼືອ​ເຊີ່ງ​ກັນ ແລະ​ ກັນ, ເປັນການເສຍສະຫຼະປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.