ທ່ານ ຄຳໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ, ທ່ານ ຄຳແພງ ເພັດທຸມພອນ ກຳມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານກອງທຶນສາມັກຄີພັດທະນາແນວລາວສ້າງຊາດ ຢູ່ບ້ານຍາງຄໍ້າ ເມືອງໄຊບູລີ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອອ່ນລໍາພັນ ບົວສີແກ້ວ ກຳມະການປະຈໍາພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆ ໄຊບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 14 ຕຸລາ 2024.

ທ່ານ ນາງ ແກ້ວອຸດົມ ແສງວິໄລສັກ ປະທານກອງທຶນບ້ານສາມັກຄີພັດທະນາແນວລາວສ້າງຊາດ ບ້ານນາຍາງຄໍ້າ ໄດ້ລາຍງານໃຫ້ຮູ້ສະພາບການເຄື່ອນໄຫວຂອງກອງທຶນໃນໄລຍະຜ່ານມາເຊິ່ງໄດ້ຍົກໃຫ້ຮູ້ວ່າ: ກອງທຶນສາມັກຄີແນວລາວສ້າງ ຊາດບ້ານຍາງຄໍ້າ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2020, ຕາມແນວທາງນະໂຍບາຍຂອງພັກ-ລັດໂດຍການຊີ້ນຳ ຂອງສູນກາງແນວລາວສ້າງຊາດ, ຈຸດປະສົງແມ່ນເພື່ອນຳເອົາ ແຫຼ່ງທຶນລົງສູ່ການຜະລິດດ້ານກະສິກຳ, ຫັດຖະກຳ ແລະ ທ່ອງທ່ຽວໃຫ້ເຂົ້າເຖິງປະຊາຊົນຂັ້ນທ້ອງຖິ່ນໄດ້ງ່າຍຂຶ້ນ, ສົ່ງເສີມການຜະລິດເປັນສິນຄ້າຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງ, ມາຮອດປັດຈຸບັນໄດ້ຮັບທຶນທັງໝົດ ຈຳນວນ 10 ຕື້ກີບ, ໃນນີ້ໄດ້ສຳເລັດການກໍ່ສ້າງຫ້ອງການກອງທຶນ, ໂຮງເຮືອນຮົ່ມ, ໂຮງອົບເຂົ້າ, ຮົ້ວ, ນໍ້າສ້າງບາດານ ແລະ ລະບົບນໍ້າພາຍໃນສູນ ຈໍານວນ 3,419,862,714 ກີບ ແລະ ພາຫານະຮັບໃຊ້ການຜະລິດມີ: ລົດໄຖ, ລົດກ່ຽວເຂົ້າ, ລົດບັນທຸກ ຈໍານວນ 1,356,962,668 ກີບ, ປ່ອຍສິນເຊື່ອທີ່ດອກເບ້ຍຕໍ່າ ໃຫ້ປະຊາຊົນພາຍໃນບ້ານ ແລະ ບານໃກ້ຄຽງຈໍນວນ 577,700,000 ກີບ ແລະ ນຳໍໄປໝູນໃຊ້ເຂົ້າໃນການລ້ຽງສັດ ແລະ ເຮັດການບໍລິການອື່ນໆ ລວມເປັນເງິນຈໍານວນ 612,148,000 ກີບ ຊຶ່ງໄດ້ເຮັດໃຫ້ປະຊາຊົນ ມີລາຍຮັບເພີ່ມຂຶ້ນ ແລະ ມີຫຼາຍຄອບຄົວກໍໄດ້ກາຍເປັນຄອບຄົວຕົວແບບ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ,ຂໍ້ຫຍຸ້ງຍາກ, ບາງບົດຮຽນທີ່ຖອດຖອນໄດ້ແລະ ທິດທາງແຜນການຕໍ່ໜ້າຕື່ມອີກ.

ທ່ານຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ກໍ່ໄດ້ມີຄຳເຫັນບາງດ້ານຕໍ່ຄະນະຮັບຜິດຊອບກອງທຶນເຊິ່ງກ່ອນອື່ນທ່ານກໍ່ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ມາຍັງການຈັດຕັ້ງຂັ້ນເມືອງ ແລະ ບ້ານທີ່ໄດ້ມີຄວາມສາມັກຄີເປັນເອກະພາບກັນ, ຕັດສິນໃຈຮັບເອົາກອງທຶນດັ່ງກ່າວນີ້ມາໃຫ້ປະຊາຊົນພາຍໃນບ້ານ, ໂດຍພື້ນຖານແລ້ວ ບ້ານຍາງຄໍ້າ ກໍ່ເປັນອີກບ້ານໜຶ່ງທີ່ມີມູນ ເຊື່ອດຸໝັ່ນໃນການປູກຝັງ,ລ້ຽງສັດ ແລະ ທຳການຜະລິດກະສິກຳ ມາແຕ່ດົນນານ ສະນັ້ນ, ສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດແຂວງ ເວົ້າລວມ, ເວົ້າສະເພາະແມ່ນແນວລາວສ້າງຊາດ
ເມືອງ, ບ້ານ ຈິ່ງເຫັນໄດ້ທ່າແຮງທີ່ມີຂອງບ້ານ ແລະ ໄດ້ນຳເອົາກອງທຶນດັ່ງກ່າວນີ້ ມາສູ່ພໍ່ແມ່ປະຊາຊົນໃຫ້ໄດ້ມີທ່າແຮງເພີ່ມອີກບາດກ້າວໜຶ່ງໃນ ການຫັນປ່ຽນການຜະລິດກະສິກຳແບບເກົ່າໄປສູ່ການຜະລິດກະສິກຳແບບໃໝ່ ແລະທັນສະໄໝ ກວ່າເກົ່າ ເພື່ອໃຫ້ທັນກັບສະພາບການ, ດັ່ງນັ້ນໃນເມື່ອບ້ານເຮົາ ມີກອງທຶນທີ່ພຽບພ້ອມແລ້ວຂໍໃຫ້ການຈັດຕັ້ງບ້ານຈົ່ງໄດ້ຕັ້ງໜ້າ ບໍລິຫານງານກອງທຶນໃຫ້ໄດ້ດີຂຶ້ນກວ່າເກົ່າຕື່ມ ແລະ ນຳໃຊ້ທຶນ ໃຫ້ເກີດດອກອອກຜົນເພື່ອສ້າງ ບ້ານຍາງຄໍ້າເປັນບ້ານແບບຢ່າງໃນ ການຜະລິດເປັນສິນຄ້າໃຫ້ຫຼາກ ຫຼາຍຂຶ້ນກວ່າເກົ່າ


