ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ເຄື່ອນໄຫວຢ້ຽມ​ຢາມ ຣາຊະອານາຈັກກຳປູເຈຍ

     ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ ຂອງ​ປະ​ທານ​ສະ​ພາແນວໂຮມ ສາມັກຄີພັດທະນາມາຕຸພູມ ຣາຊະອານາ ຈັກກຳປູເຈຍ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນ​ທາງ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ​ຢ່າງ​ເປັນ​ທາງ​ການ ຢູ່ ຣາຊະອານາຈັກກຳປູເຈຍ ໃນນີ້, ໄດ້ມີພິ​ທີ​ພົບ​ປະ​ສອງ​ຝ່າຍ ​ເຊິ່ງ​ຝ່າຍ​ລາວ ນຳ​ໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ຝ່າຍຣາຊະອານາຈັກກຳປູເຈຍ ນຳ​ໂດຍ​ທ່ານ ສົມ​ເດັດ ກິດ​ຕິ​ສັງ​ຫະ ບັນ​ດິດ ແມນ​ຊອມ​ອອນ ທີ່​ປຶກ​ສາ​ເຈົ້າ​ຊີ​ວິດ​ແຫ່ງຣາຊ​ະ​ອານາຈັກກຳປູເຈຍ, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ແນວ​ໂຮມ​ສາ​ມັກ​ຄີພັດ​ທະ​ນາ​ມາ​ຕຸ​ພູມ ຣາຊະອານາຈັກກຳປູເຈຍ ພ້ອມ​ດ້ວຍ​ຄະ​ນະ​ທີ່​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ ທີ່​ໂຮງ​ແຮມ Sokha Hotel ນະ​ຄອນຫຼວງ​ພະ​ນົມ​ເປັນ ຣາຊະອານາຈັກກຳປູເຈຍ, ໃນວັນ​ທີ 17 ຕຸ​ລາ 2024;​
     ໃນ​ວາ​ລະ​ພິ​ທີ, ​ສອງ​ຝ່າຍ​​ ໄດ້​ແຈ້ງ​ສະ​ພາບ​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ປະ​ເທດ ​​​ເຊິ່ງ​ກັນ ແລະ ກັນ ໄດ້ຮັບ​ຊາບ, ໄດ້ ແລກ​ປ່ຽນ​ຄຳ​ຄິດຄໍາ​ເຫັນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ຢ່າງ​ມີ​ບັນ​ຍາ​ກາດສ້າງ​ສັນ, ພ້ອມ​ທັງຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືໃນໄລຍະຜ່ານມາ ຕາມ​ບົດ​ບັນ​ທຶກ​ການ​ຮ່ວມ​ມື ຂອງ​ສອງ​ອົງ​ການ (2019-2023) ​ເຊິ່ງໄດ້ຮັບການພັດທະນາ, ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໄດ້ມີການແລກປ່ຽນການຢ້ຽມຢາມໄປມາຫາສູ່ກັນ, ຈັດກອງປະຊຸມເສີມສ້າງຊາຍແດນມິດຕະພາບ ລາວ-ກຳ​ປູ​ເຈຍ ແລະ ຫຼ້າສຸດແມ່ນກອງປະຊຸມປະທານແນວໂຮມ ສາມປະເທດ ຄັ້ງທີ 05 ເມື່ອເດືອນເມສາ 2024ຜ່ານມາ ​ເຊິ່ງໄດ້ມີການຕົກລົງຮ່ວມມືຫຼາຍບັນຫາສໍາຄັນຮ່ວມກັນ (​07 ຂໍ້) ທີ່ເປັນເງື່ອນໄຂອັນດີໃຫ້ມີການພົວພັນຮ່ວມມືກັນຫຼາຍຂຶ້ນ;
     ໂອ​ກາດນີ້, ທ່ານ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ​ທ່ານປະ​ທານ​ສະ​ພາແນວ​ໂຮມ​ສາ​ມັກ​ຄີພັດ​ທະ​ນາ​ມາ​ຕຸ​ພູມ ຣາຊະອານາຈັກກຳປູເຈຍ ໄດ້​ຮ່ວມ​ກັນ​ລົງ​ນາມໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ລະ​ຫວ່າງ​ ສອງ​ອົງ​ການ ໃນ​ຕໍ່​ໜ້າ (2024-2028) ປະ​ກອບ​ມີ 08 ຂໍ້ ເຊິ່ງ​ເປັນພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມືສອງ​ຝ່າຍ ໃຫ້​ເກີດດອກ​ອອກ​ຜົນ​ຕົວ​ຈິງ ​ແລະ ເປັນ​ສ່ວນ​ໜຶ່ງ​ປະ​ກອບ​ສ່ວນເສີມ​ສ້າງ​ການພົວພັນ​ຮ່ວມ​ມືມິດຕະພາບຖານບ້ານໃກ້ເຮືອນຄຽງ, ຄວາມສາມັກຄີ​ທີ່​ເປັນມູນເຊື້ອອັນດີງາມຂອງສອງ​ພັກ-ສອງ​ລັດ, ປະ​ຊາ​ຊົນ​ສອງ​ປະ​ເທດ ເວົ້າ​ລວມ, ເວົ້າ​ສະ​ເພາະ​ສອງ​ອົງ​ການ ໃຫ້ມີ​ຄວາມແໜ້ນ​ແຟ້ນ​ຍິ່ງ​ໆຂຶ້ນ.
ບ.ກໂດຍ: ສຊ ຈຶ້ໄຊ
ພາບ ແລະ ຂ່າວ ໂດຍ: ຈິດ​ຕະ​ພົງ