ຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ ​ເຂົ້າຢ້ຽມຂ່ຳ​ນັບ ພະ​ມະ​ຫາ​ກະ​ສັດ​ແຫ່ງຣາຊະອານາຈັກກຳປູເຈຍ

ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ນຳ​ໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມ​ດ້ວຍ​ຄະ​ນະ ​ໄດ້​ເຂົ້າ​ຢ້ຽມ​​​ຂ່ຳ​ນັບ ພະ​ບາດສົມ​ເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ ທີ່​ພະ​ລາດ​ຊະ​ວັງ, ໃນ​ວັນ​ທີ 19 ກັນຍາ ​2024; ​

ພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ພ້ອມ​ທັງ​ສະ​ແດງ​ຄວາມປິ​ຕິ​ຊົມເຊີຍຕໍ່​ສອງ​ອົງ​ການ ກຳ​ປູ​ເຈຍ-ລາວ ທີ່​ໄດ້ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສອງ​ຝ່າຍ ລະ​ຫວ່າງ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ແລະ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຣາ​ຊະ​ອາ​ນາ​ຈັກກຳ​ປູ​ເຈຍ ແລະ ສ​ປ​ປ ລາວ ກໍ​ຄື​ປະ​ຊາ​ຊົນ​​ສອງປະ​ເທດ ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ ຍິ່ງໆຂຶ້ນ;
ໂອ​ກາດ​ດັ່ງ​ກ່າວ, ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການສະຫລະເວລາໃຫ້ກຽດຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມ​ຕີຈິດມິດຕະພາບ ຂອງພະບາດສົມເດັດ ພະບໍຣົມມະ ນຽດ ໂນໂຣດົມ ສີຫາໂມນີ ກໍຄືລັດຖະບານ ແລະ ປະຊາຊົນກໍາປູເຈຍ, ເປັນການໃຫ້ກຽດແກ່ຄະນະຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ ທັງສ່ອງແສງເຖິງຄວາມຜູກພັນ, ຮັກແພງ ຂອງພະຣາດສະວົງກໍາປູເຈຍ ຕໍ່ລາວ ຊຶ່ງຮູູ້ສຶກປະທັບໃຈທຸກຄັັ້ງທີ່ມາຢ້ຽມຢາມ; ຖືໂອກາດນີ້, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສ​ປ​ປ ລາວ ມາຍັງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມ​ນີ ມາໃນນະທີ່ນີ້ດ້ວຍ ແລະ ຕີລາຄາສູງຕໍ່ພະບາດສົມເດັດ ໂນໂຣດົມ ສີຫານຸ ພະບິດາຂອງພະອົງ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ກໍາປູເຈຍ-ລາວ ຍ້ອນຄວາມເອົາໃຈໃສ່ ຂອງທັງສອງພະອົງ ຈຶ່ງເຮັດໃຫ້ສອງປະເທດ ກໍາປູເຈຍ-ລາວ ມີມິດຕະພາບ ແລະ ການພົວພັນທີ່ດູດດືີ່ມຕະ ຫຼອດມາ, ທັງໄດ້ເພິ່ງພາອາໄສເຊິ່ງກັນ ແລະ ກັນສະເໝີມາ; ພ້ອມ​ນີ້, ໄດ້​ລາຍ​ງານຫຍໍ້ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ຄັ້ງ​ນີ້ໄດ້​ຮັບ​ຊາບ ຊຶ່ງ​ເປັນ​ການ​ເສີມ​ຂະ​ຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍາປູເຈຍ-ລາວ ໃຫ້ໝັັ້ນຄົງທະນົງແກ່ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ;

ພາບ ແລະ ຂ່າວ ໂດຍ: ຈິດ​ຕະ​ພົງ
ບກ: ພ.ບຸບຜາ