ກອງປະຊຸມກວດກາຄວາມຄືບໜ້າ.

 

ໃນວັນທີ 23 ຕຸລາ 2024 ທີ່ສູນກາງແນວລາວສ້າງຊາດ, ໄດ້ຈັດກອງປະຊຸມກວດກາຄວາມຄືບໜ້າ ໃນການກະກຽມ ແລະ ດໍາເນີນກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະເລິກ ໂດຍເປັນ ປະທານ ຂອງ ທ່ານ ດຣ ຈັນເພັງ ສຸດທິວົງ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານ ຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ຫຽມ ພົມມະຈັນ ຮອງປະທານ ສນຊ ບໍ່ປະຈໍາ, ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ, ມີບັນດາທ່ານ ຫົວໜ້າກົມ, ຮອງກົມ ຈາກກະຊວງການຕ່າງປະເທດ, ສູນກາງແນວລາວສ້າງຊາດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.

ຈຸດປະສົງໃນກອງປະຊຸມຄັ້ງນີ້, ເພື່ອຮັບຟັງການລາຍງານວຽກງານຂອງແຕ່ລະອະນຸກໍາມະການ, ແຕ່ລະພາກສ່ວນ ທີ່ໄດ້ແບ່ງຄວາມຮັບຜິດຊອບໃນການກະກຽມເບື້ອງຕົ້ນ ໂດຍສະເພາະ ແມ່ນໄດ້ເນັ້ນໃສ່ການກະກຽມຄວາມພ້ອມ ດ້ານເນື້ອໃນ, ບຸກຄະລາກອນ, ສະຖານທີ່, ແຜນງົບປະມານ ເພື່ອເຫັນໄດ້ ຄວາມຄືບໜ້າ ໃນການກະກຽມຄວາມພ້ອມທຸກດ້ານ ແລະ ຮັບປະກັນ ທີ່ຈະດໍາກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະເລິກ ທີ່ຈະຈະໄດ້ຈັດຂຶ້ນ ໃນເດືອນພະຈິກ 2024 ນີ້.

ບກ: ອຸດອນ

ຂ່າວ+ພາບ: ລີ