ຄະນະພັກສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປະຈຳໄຕມາດ III ແລະ ແຜນວຽກຈຸດສຸມໄຕມາດ IV ຂອງປີ 2024 ຂຶ້ນທີ່ສູນກາງແນວລາວສ້າງຊາດ ໃນວັນທີ 24 ຕຸລາ 2024 ນີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ; ມີບັນດາສະຫາຍຄະນະປະຈຳພັກ ແລະ ຄະນະກຳມະການພັກ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ສູນກາງແນວລາວສ້າງຊາດ ປະຈໍາໄຕມາດ III ເດືອນ(7-9) ແລະ ແຜນວຽກຈຸດສຸມ ປະຈໍາໄຕມາດ IV ເດືອນ(10-12) ປີ 2024 ເຊິ່ງໄດ້ຍົກໃຫ້ເຫັນວ່າຄະນະພັກໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໄດ້ລົງໄປທ້ອງຖີ່ນຮາກຖານ ເພື່ອພົບປະໂອ້ລົມປະຊາຊົນບັນດາເຜົ່າ, ເຜີຍແຜ່ປຸກລະດົມປະຊາຊົນລາວບັນດາເຜົ່າ ລວມທັງພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໃຫ້ຮັບຮູ້-ເຂົ້າໃຈບັນດາມະຕິ, ຄໍາສັ່ງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ 2 ວາລະແຫ່ງຊາດ; ໄດ້ເອົາໃຈໃສ່ໃນການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ໄດ້ປັບປຸງກົງຈັກການຈັດຕັ້ງ ຂອງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖີ່ນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນໄລຍະໃໝ່ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລື ແລະ ຕົກລົງເປັນໝູ່ຄະນະ ຮັບສ່ອງແສງຈາກບັນດາໜ່ວຍພັກ ຕໍ່ ຄະນະພັກສູນກາງແນວລາວສ້າງຊາດ; ໄດ້ຖືສໍາຄັນຕໍ່ການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ເຊິ່ງເປັນພື້ນຖານໃຫ້ຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ, ໂດຍຖືເອົາຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ເປັນວຽກຍຸດທະສາດທີ່ສໍາຄັນຂອງແນວລາວສ້າງຊາດ ໃນໄລຍະຜ່ານມາ. ພ້ອມກັນນີ້, ຍັງໄດ້ຕີລາຄາຈຸດດີ, ຈຸດອອ່ນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

ກອງປະຊຸມ, ຍັງໄດ້ຜ່ານແຜນການຈັດກອງປະຊຸມຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ IV ສະໄໝທີ XI, ລາຍງານຜົນສໍາເລັດໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ ແລະ ບາງວຽກງານທີ່ຍັງຄົງຄ້າງທີ່ຈະຕ້ອງໄດ້ຮີບດ່ວນແກ້ໄຂໃນຕໍ່ໜ້າຕື່ມອີກ.
ຂ່າວ: ຢຢ
ບກ: ກົງແກ້ວ



