ວັນທີ່ 30 ຕຸລາ 2024 ນີ້ ທີ່ສູນກາງແນວລາວສ້າງຊາດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ, ມອບໂດຍ ທ່ານ John Fryer ຜູ້ຕ່າງໜ້າອົງການໃຈບຸນສາກົນ(DIC) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ກ່າວຮັບໂດຍ ທ່ານ ຄໍາຢາດ ຣາຊດາວົງ ຫົວໜ້າກົມສາສະໜາ ສນຊ ເປັນກຽດເຂົ້າຮ່ວມຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີເຂົ້າສານ ຈໍານວນ 100 ໂຕນ, ລວມເປັນມູນຄ່າທັງໝົດ 74,422.42 USD (ເຈັດສິບສີ່ພັນສີ່ຮ້ອຍຊາວສອງຈຸດສີ່ສິບສອງເຊັນ ໂດລາສະຫະລັດ).
ໂອກາດດັ່ງກ່າວນີ້ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ໄດ້ຕາງໜ້າໃຫ້ຄະນະນໍາ ສູນກາງແນວລາວສ້າງຊາດ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ຄະນະທ່ານ John Fryer ຜູ້ຕ່າງໜ້າອົງການໃຈບຸນສາກົນ(DIC) ປະຈຳ ສປປ ລາວ; ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້.
ບກ: ອິນທະວາ
ຂ່າວ+ພາບ: ດວງມະນີ



