ທອດຖວາຍກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ຢູ່ ແຂວງຈໍາປາສັກ

ໃນວັນທີ 27 ຕຸລາ 2024 ສະມາຄົມ ລາວ-ໄທ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ນຳກອງກະຖິນພະຣາຊະທານ ຂອງເຈົ້າຊີວິິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ວັດບ້ານເມືອງກາງ, ເມືອງຈໍາປາສັກ, ແຂວງຈໍາປາສັກ ໃຫ້ກຽດຮັບກອງກະຖິນໂດຍ ພຣະອາຈານ ຂາວພອນ ພອນດາລາ, ປະທານອົງການພຸດທະສາສະໜາເຂດສອງໜອງວຽນ, ແຂວງຈໍາປາສັກ ແລະ ໃຫ້ກຽດເຂົ້າຮ່ວມຂອງ ນ. ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈໍາປາສັກ,  ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັັັັັັັັັັັັັັັັັັັັັັັັັັັັັັນຜູ້ມີອຳໍນາດເຕັມແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ. ສ່ວນຝ່າຍໄທ ນຳໂດຍ ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ, ທ່ານ ນາງ ມໍລະກົດ ສີີີສະຫວັດ, ເອກອັກຄະຣາຊະທູດ​ວິ​ສາ​ມັນຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ຊົມລົມໄທພວນ ແລະ ຊົມລົມລາວວຽງ ແຫ່ງຣາຊະອານາຈັກໄທ. ນອກນັ້ນ, ມີບັນດາການນໍາບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຈາກສູນກາງ ແລະ ອ້ອມຂ້າງແຂວງ ແລະ ພໍ່ແມ່ປະຊາຊົນຜູ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາທັງລາວ ແລະ ໄທ ເຂົ້າຮ່ວມເປັນເຈົ້າສັດທາ.

ການທອດຖວາຍກະຖິນພະຣາຊະທານຄັ້ງນີ້ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ທີ່ເຄີຍປະຕິບັດຮ່ວມກັນເປັນປົກກະຕິ, ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດ ຄອງປະເພນີອັນດີງາມ ຂອງ ປະຊາຊົນລາວ ແລະ ໄທ ຍັງເປັນການຊຸກຍູ້ໃຫ້ມີການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນລາວ ແລະ ໄທ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອ​ອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ, ພ້ອມ​ທັງ​ເປັນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ເພື່ອ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ລາວ-ໄທ ໃຫ້​ຈະ​ເລີນ​ກ້າວ​ໜ້າ​ຍິ່ງໆ​ຂຶ້ນ. ນອກຈາກຖວາຍກອງກະຖິນຍັງມີກິດຈະກໍາປິ່ນອ້ອມເຊັ່ນ: ງານຕະ ຫຼາດນັດສິນຄ້າ ລາວ-ໄທ, ສອນເ​ຕັກນິກການເຕະບານໃຫ້ຊາວໜຸ່ມເຍົາວະຊົນຜູ້ທີ່ມີພອນສະຫວັນ, ກວດສຸຂະພາບທົ່ວໄປ ໃຫ້ແກ່ພຣະສົງ ແລະ ພໍ່ແມ່ປະຊາຊົນແບບບໍ່ເສຍຄ່າ, ສະແດງສິລະປະລາວ ແລະ ໄທ ແລະ ອື່ນໆ.

ໃນໂອກາດທອດຖວາຍກະຖິນຄັ້ງນີ້, ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ມອບລົດຕູ້ພ້ອມຕິດຕັ້ງອຸປະ ກອນການແພດເປັນລົດໂຮງໝໍ (Ambulance) ຈໍານວນ 02 ຄັນ ມູນຄ່າ (2,990,000,000 ກີບ) ໃຫ້ໂຮງໝໍເມືອງໂຂງ ແລະ ໂຮງໝໍເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເຄື່ອງຊ່ວຍຫາຍໃຈ 10 ເຄື່ອງ ມູນຄ່າ 325,000,000 ກີບ, ຜ້າຫົ່ມກັນໜາວ 500 ຜືນ ມູນຄ່າ 45,290,000 ກີບ ແລະ ກໍ່ສ້າງເສັ້ນທາງເບຕົງເຂົ້າວັດບ້ານເມືອງກາງ, ເມືອງຈໍາປາສັກ, ແຂວງຈໍາປາສັກ ໄລຍະທາງ 1,027 ແມັດ, ກ້ວາງ 5 ແມັດ ມູນຄ່າ 997,724,650 ກີບ, ເງິນສົດໄດ້ຈາກທອດຖວາຍກະຖິນ 868,238,430 ກີບ ແລະ ລວມທັງໝົດ 5ຕື້ກວ່າກີບ.