ວັນທີ່ 5 ພະຈິກ 2024 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີ ມອບ-ຮັບ ເຂົ້າສານຊ່ວຍເຫຼືອຈາກ ສູນລວມຄຣິສຕະຈັກຂ່າວປະເສີດ ເພື່ອນໍາມາມອບໃຫ້ສູນກາງແນວລາວສ້າງຊາດ ເພື່ອນໍາໄປມອບຕໍ່ໃຫ້ແກ່ປະຊາຊົນລາວບັນດາເຜົ່າທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ ເຊິ່ງມອບໂດຍທ່ານ ສຈ ຄໍາແພງ ມິດປະຊາ ຮອງປະທານສູນລວມຄຮິສຕະຈັກ ຂ່າວປະເສີດ ສປປ ລາວ ແລະ ຮັບໂດຍທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສນຊ ພ້ອມດ້ວຍຄະນະ.
ເຂົ້າສານທີ່ນໍາມາມອບໃຫ້ ສນຊ ເພື່ອນໍາໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ ແມ່ນຈໍານວນ 5 ໂຕນ, ມອບໃຫ້ແນວລາວສ້າງຊາດນະຄອນຫຼວງ ຈໍານວນ 4 ໂຕນ, ແລະ ສູນລວມຄຣິສຕະຈັກຂ່າວປະເສີດນໍາໄປແຈກຢາຍໃຫ້ປະຊາຊົນລາວບັນດາເຜົ່າ ຈໍານວນ 4 ໂຕນ ລວມທັງໝົດ 13 ໂຕນ ເປັນມູນຄ່າ 252 ລ້ານກວ່າກີບ.
ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ຕາງໜ້າໃຫ້ຄະນະນໍາ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງ ຕໍ່ທ່ານຮອງປະທານສູນລວມຄຮິສຕະຈັກ ຂ່າວປະເສີດ ສປປ ລາວ ພ້ອມດ້ວຍຄະນະ; ທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ເຊິ່ງເຂົ້າສານຈໍານວນດັ່ງກ່າວ ແມ່ນທາງ ສນຊ ຈະນໍາໄປແຈກຢາຍໃຫ້ເຖິງເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານ.
ບກ: ກົງແກ້ວ
ຂ່າວ+ພາບ: ລີ


