ເນື່ອງໃນໂອກາດທີ່ຄະນະພີ່ນ້ອງເຊື້ອຊາດລາວ ດຳລົງຊີວິດຢູ່ຕ່າງປະເທດ ເດີນທາງມາເຂົ້າຮ່ວມກອງປະຊຸມພົບປະ ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 10-15 ພະຈິກ 2024, ຄະນະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມເຂດເສດຖະກິດກວມລວມ ໄຊເສດຖາ ໃນວັນທີ 10 ພະຈິກ 2024. ເຊິ່ງນໍາພາໂດຍ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ.
ໃນການໄປຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ຮັບຊົມວິດີໂອ ແລະ ໄດ້ຮັບຟັງການບັນລະຍາຍແຜນຜັງ ແລະ ນະໂຍບາຍຕ່າງໆ ຂອງເຂດເສດຖະກິດກວມລວມ ໄຊເສດຖາ ໂດຍຫຍໍ້, ພ້ອມກັນນັ້ນ ຄະນະຜູ້ແທນໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ໄດ້ທ່ຽວຊົມສະຖານທີ່ຕ່າງໆໃນຂົງເຂດເສດຖະກິດກວມລວມ ອີກດ້ວຍ.



