ທ່ານ ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບ ການເຂົ້າຢ້ຽມພົບປະ ຂອງຄະນະກໍາມະສູນກາງແນວລາວສ້າງຊາດ ປະຈໍາຢູ່ຕ່າງປະເທດ

ໃນຕອນເຊົ້າຂອງວັນທີ 13 ພະຈິກ 2024 ທີ່ ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບ ການເຂົ້າຢ້ຽມພົບປະ ຂອງຄະນະກໍາມະສູນກາງແນວລາວສ້າງຊາດ ປະຈໍາຢູ່ຕ່າງປະເທດຄື: ປະເທດຝຣັ່ງ, ອາເມລິກາ, ອົດສຕຣາລີ, ນິວຊີແລນ, ອັງກິດ ແລະ ປະເທດການາດາ ໂອກາດທີ່ນໍາພາພີ່ນ້ອງເຊື້ອຊາດລາວທີ່ດໍາລຸງຊີວິດຢູ່ຕ່າງປະເທດມາເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະເລີກ ໃນວັນທີ 12 ພະຈິດ 2024 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.

ການເຂົ້າຢ້ຽມພົບປະຄັ້ງນີ້ ໄດ້ປຶກສາຫາລື ແລະ ຖອດຖອນບົດຮຽນກ່ຽວກັບ ຜົນສໍາເລັດຂອງກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຂົງເຂດວຽກບູລິມະສິດອື່ນໆ.

ໃນ​ໂອ​ກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຕີລາຄາສູງ ຕໍ່ບັນດາທ່ານ ກໍາມະການສູນກາງແນວລາວສ້າງຊາດ ປະຈໍາຢູ່ຕ່າງປະເທດ ທີ່ໄດ້ເປັນຄັນທຸງໃນການເຕົ້າຄວາມສາມັກຄີບັນດາພີ່ນ້ອງເຊື້ອລາວ ທີ່ດໍາລຸງຊີວິດຢູ່ຕ່າງປະເທດ ໄດ້ປຸກລະດົມ ແລະ ນໍາພາ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ເຊີ່ງກອງປະຊຸມດັ່ງກ່າວ ສຸດທີມີຄວາມໝາຍ ຄວາມສໍາຄັນ ແລະ ເປັນຄັ້ງປະຫວັດສາດ ເພື່ອເປັນການເປີດໂອກາດອັນດີໃຫ້ພີ່ນ້ອງຄົນເຊື້ອຊາດລາວໄດ້ຫວນຄືນກັບມາຢ້ຽມຢາມບ້ານເກີດເມືອງນອນ ໄດ້ພົບປະເເລກປ່ຽນເຊີ່ງກັນ ເເລະກັນ ເປັນການເພີ່ມທະວີຮັດເເຫນ້ນການຮ່ວມມືຢ່າງເເຫນ້ນເເຟ້ນຫລາຍຂື້ນກວ່າເກົ່າລະຫວ່າງພີ່ນ້ອງເຊື້ອຊາດລາວ ທີ່ດໍາລົງຊີວີດຢູ່ຕ່າງປະເທດ ກັບປະຊາຊົນລາວ ບັນດາເຜົ່າທີ່ອາໃສຢູ່ພາຍໃນປະເທດເເນໃສ່ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ເເນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເເລະ ໃຫ້ພີ່ນ້ອງຄົນເຊື້ອຊາດລາວໄດ້ເຂົ້າມາສໍາພັດຕົວຈີງກັບສະພາບການດໍາລົງຊີວິດ ລວມເຖີງ ການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ພ້ອມກັນນີ້, ທ່ານ ປະທານ ສູນກາງແນວລາວສ້າງຊາດ ກໍໄດ້ຍົກໃຫ້ເຫັນມູນເຊື້ອຄວາມສາມັກຄີ ເປັນເປັນປຶກແຜ່ນ ຂອງປະຊາຊົນລາວ ບັນດາເຜົ່າບໍ່ວ່າໃນອາດີດກໍຄືປັດຈຸບັນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວໃຫ້ຄະນະຮັບຊາບຕື່ມ.

 

                                                                                            ກົມໂຄສະນາ ສູນກາງແນວລາວສ້າງຊາດ