
ເນື່ອງໃນໂອກາດຊົມເຊີຍຜົນສໍາເລັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະເລີກໃນວັນທີ 12 ພະຈິກ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ຈັດງານພາເຂົ້າສາມັກຄີຂື້ນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຄະນະຮັບຜິດຊອບຈາກພາກສ່ວນຕ່າງງໆພ້ອມດ້ວຍຄະນະພີ່ນ້ອງເຊື້ອຊາດລາວ ເຂົ້າຮ່ວມທີ່ ພັດຕະຄານເຊັນພິລາ.

ໂອກາດດັ່ງກ່າວນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດໄດ້ສະແດງຄວາມຂອບໃຈອັນຈິງໃຈມາຍັງ ທ່ານ ສີສົມບັດ ພິລາວົງ ແລະ ຄອບຄົວທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ເປັນເຈົ້າພາບຂອງງານພາເຂົ້າສາມັກຄີໃນຄັ້ງນີ້. ຊົມເຊີຍພີ່ນ້ອງເຊື້ອຊາດລາວທຸກທ່ານທີ່ໄດ້ເສຍສະຫຼະເວລາມາຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຄັ້ງທີ1ດ້ວຍນໍ້າໃຈຮັກບ້ານເກີດ. ອວຍພອນໄຊໃຫ້ແກ່ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ແລະ ພາຍໃນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ເຮັດໃຫ້ກອງປະຊຸມສໍາເລັດລົງຢ່າງຈົບງາມ.



