ຄະນະນຳ ສນຊ ເຂົ້າຮ່ວມໃສ່ບາດ ງານບຸນນະມັດສະການພຣະທາດຫຼວງ ປະຈຳປີ 2024

ໃນຕອນເຊົ້າຂອງວັນທີ 15 ພະຈິກ 2024 ນີ້, ທີ່ເດີ່ນພຣະທາດຫຼວງ ນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຮອງປະທານສູນກາງແນວລາວສ້າງຊາດ, ກຳມະການສູນກາງແນວລາວສ້າງຊາດ ແລະ ບັນດາຄະນະພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດຈໍານວນຫລວງຫລາຍ ໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາເຂົ້າຮ່ວມກິດຈະກໍາຕ່າງໆພາຍໃຕ້ຫົວຂໍ້໊: ຮັກບ້ານເກີດ ຄັ້ງປະຖົມມະລຶກ ຢູ່ນະຄອນຫລວງວຽງຈັນ ພ້ອມດ້ວຍມວນຊົນ ສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.

ພິທີໃສ່ບາດໃນງານບຸນນະມັດສະການພະທາດຫຼວງ ແມ່ນໄດ້ມີການຈັດຂຶ້ນທຸກໆປີ ຊຶ່ງມີການຮັບພອນ, ຟັງທຳມະເທດສະໜາ, ຕັກບາດ, ຢາດນໍ້າ ແລະ ຖວາຍສັງຄະທານແດ່ ພະສົງ-ສຳມະເນນ ເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດ ແລະ ເຈົ້າກຳນາຍເວນ ຕາມຄວາມເຊື່ອຂອງຊາວພຸດ ຕໍ່ພຸດທະສາສະໜາ ທີ່ສືບທອດກັນມາແຕ່ດົນນານ, ເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ. ໃນພິທີໃສ່ບາດດັ່ງກ່າວ ຍັງມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ-ຮູບ: ຢຢ

ບກ: ບ.ບຸບຜາ