ຄະນະພີ່ນ້ອງເຊື້ອຊາດລາວ ໄປທັດສະນະສຶກສາຢູ່ສະຖານີດາວທຽມລາວ

 

ເນື່ອງໃນໂອກາດຄະນະຜູ້ແທນພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ເດີນທາງມາເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດຄັ້ງປະຖົມມະເລີກ ພາຍໃຕ້ຫົວຂໍ້ ຮັກບ້ານເກີດ ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 10-15 ພະຈິກ 2024, ຄະນະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມສະຖານີດາວທຽມລາວ ໃນວັນທີ 18 ພະຈິກ 2024. ເຊິ່ງນໍາພາໂດຍ ທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ.

ໂດຍການເປັນກຽດຕ້ອນຮັບ ຂອງ ທ່ານ ຫຽມ ພົມມະຈັກ ຮອງປະທານບໍປະຈໍາການ ສູນກາງແນວລາວສ້າງຊາດ, ປະທານສະພາບໍລິຫານ ສະຖານີບັນຊາດາວທຽມລາວ ພ້ອມຄະນະ; ໃນການໄປຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ຮັບຊົມວິດີໂອ,  ໄດ້ຮັບຟັງຄວາມເປັນມາ ແລະ ຄວາມສໍາຄັນ ຂອງການກໍ່ສ້າງໂຄງການດາວທຽມລາວ ໂດຍຫຍໍ້, ພ້ອມກັນນັ້ນ ຄະນະຜູ້ແທນໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ  ແລະ ໄດ້ທ່ຽວຊົມສະຖານທີ່ຕ່າງໆໃນຂົງເຂດສະຖານີດາວທຽມລາວຕື່ມອີກ.