ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມສຳມະນາວຽກງານແນວໂຮມຜ່ານລະບົບວີດີໂອທາງໄກ ຮ່ວມກັບສູນກາງແນວໂຮມປະເທດຊາດຫວຽດນາມ; ຝ່າຍລາວເປັນກຽດນຳພາໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຝ່າຍ ສສ ຫວຽດນາມ ເປັນກຽດນໍາພາໂດຍ ທ່ານ ຮ່ວາງ ກົງ ຖຸ່ຍ ກຳມະການສູນກາງພັກ, ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍບັນດາທ່ານຮອງປະທານ, ກຳມະການ ສນຊ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ສອງຝ່າຍເຂົ້າຮ່ວມ ໃນວັນທີ 19 ພະຈິກ 2024 ນີ້ ທີ່ ສນຊ.


ທ່ານ ຄຳໄຫຼ ສີປະເສີດ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ຕີລາຄາສູງ ຕໍ່ການດຳເນີນກອງປະຊຸມສໍາມະນາຄັ້ງນີ້, ຊຶ່ງເປັນການຍົກລະດັບການຮ່ວມມື ລະຫວ່າງ ສອງອົງການແນວໂຮມໃຫ້ກ້າວເຂົ້າສູ່ລວງເລິກ, ກອງປະຊຸມສໍາມະນາຄັ້ງນີ້ ເປັນກອງປະຊຸມແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກໍາໃນວຽກງານແນວໂຮມ, ໂດຍສະເພາະບົດຮຽນໃນການເຄື່ອນໄຫວ ຂອງແນວໂຮມ ສສ ຫວຽດນາມ. ພ້ອມກັນນີ້ ໄດ້ຮັບຟັງການສະເໜີບົດຮຽນໃນການເຄື່ອນໄຫວວຽກງານແນວໂຮມ ສູນກາງແນວໂຮມປະເທດຊາດຫວຽດນາມ ເຊິ່ງປະກອບມີ 6 ຫົວຂໍ້ໃຫຍ່ ຄື: ການຊຸກຍູ້ບັນດາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແນວໂຮມປະເທດຊາດຫວຽດນາມ; ເສີມຂະຫຍາຍບົດບາດຂອງພັກນໍາພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າໂດຍຜ່ານບົດບາດຂອງແນວໂຮມປະເທດຊາດຫວຽດນາມໃນລະບົບການເມືອງ; ວຽກງານຕິດຕາມກວດກາ ແລະ ເກັບກໍາຫາງສຽງສັງຄົມ ຂອງອົງການແນວໂຮມ; ການຜັນຂະຫຍາຍແນວຄິດຂອງປະທານໂຮ່ຈິມິນກ່ຽວກັບບັນຫາການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ: ພັກນໍາພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ; ກົນໄກການເຄື່ອນໄຫວ ຂອງແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ; ກົນໄກຊຸກຍູ້ນໍາພາການຈັດຕັ້ງຊາວກະສິກອນຢູ່ຮາກຖານ, ການສ້າງຕັ້ງຊາວກະສິກອນ, ສ້າງຕັ້ງສະຫະກອນ ແລະ ການຈັດຕັ້ງກຸ່ມການຜະລິດຕ່າງໆ.
ໃນຕອນທ້າຍ ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນເນັ້ນຕື່ມວ່າ ກອງປະຊຸມສໍາມະນາເທື່ອນີ້ມີເນື້ອໃນກວ້າງຂວາງເລິກເຊີ່ງ, ຮອບດ້ານ ໃນວຽກງານແນວໂຮມ ສະນັ້ນຮຽກຮ້ອງໃຫ້ບັນດາທ່ານທີ່ໄດ້ເຂົ້າຮ່ວມ ໂດຍສະເພາະແມ່ນບັນດາກົມທີ່ກ່ຽວຂ້ອງຈົ່ງນຳໄປສຶກສາຄົ້ນຄວ້າ ແລະ ປັບປຸງແຜນວຽກງານເປັນຂອງຕົນເອງ ເພື່ອລົງໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ ຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ຕໍ່ເນື່ອງ ແລະ ໄດ້ຮັບຜົນສຳເລັດດີ; ສືບຕໍ່ຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍແນວລາວສ້າງຊາດ ໃຫ້ແທດເໝາະກັບປະຈຸບັນ ເພື່ອແນໃສ່ສ້າງການຫັນປ່ຽນໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາ ໃນວຽກງານແນວໂຮມໃນໄລຍະໃໝ່.
ຂ່າວ+ພາບ: ຢຢ
ບກ: ສືເຊັ່ງ



