ເທດສະການຮູບເງົາດີເດັ່ນລາວ-ຈີນຈັດສາຍຮອບພິເສດຢູ່ນະຄອນຫຼວງພະບາງ

ເທດສະການຮູບເງົາດີເດັ່ນລາວ-ຈີນທີ່ວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວຮ່ວມກັບກົມຮູບເງົາ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວໄດ້ຈັດສາຍຮອບພິເສດຢູ່ທີ່ສູນບຳລຸງຮັກສາເຂື່ອນໄຟຟ້ານ້ຳອູຈຳກັດ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງໃນວັນທີ 19 ພະຈິກນີ້, ໂດຍມີທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດຜູ້ປະຈໍາການ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຈ່າງ ເຊີ້ຜີງ ຫົວໜ້າກົງສູນຈີນປະຈໍາພາກເໜືອລາວ ພ້ອມດ້ວຍບັນດາແຂກລາວ-ຈີນເກືອບ 200 ຄົນເຂົ້າຮ່ວມ.

ພາຍຫຼັງສຳເລັດການຊົມຮູບເງົາ, ທ່ານຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດໄດ້ໃຫ້ສຳພາດວ່າ: ໂຄງການນີ້ໄດ້ເຊື່ອມສານວັດທະນະທຳຈີນໃຫ້ຄົນລາວ, ໃຫ້ໂອກາດນັກວິຊາການພາກຮູບເງົາຂອງຄົນລາວມີຄວາມຮູ້ວິຊາການຢ່າງເຂັ້ມແຂງ ແລະເປັນນັກພາກຮູບເງົາມືອາຊີບ, ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ຊາວຫນຸ່ມລາວກໍສາມາດພາກສຽງໄດ້ໃນລະດັບດີທຽບເທົ່າສາກົນ. ໃນອະນາຄົດຖ້າມີໂຄງການຮ່ວມມືໃນການສ້າງຮູບເງົາ ຫລືວ່ານຳເອົາຮູບເງົາທີ່ມີລັກສະນະປຸກລະດົມນ້ຳໃຈຮັກຊາດ, ນ້ຳໃຈບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກແມ່ນຍັງມີຄວາມຕ້ອງການໃຫ້ນຳມາເຜີຍແຜ່ເພື່ອປຸກລະດົມນ້ຳໃຈຮັກຊາດຂອງຊາວຫນຸ່ມລາວເພື່ອພັດທະນາ ແລະສ້າງສາປະເທດຊາດອັນແສນຮັກຂອງພວກເຮົາ ຄຽງຄູ່ກັບການພັດທະນາຕົນເອງ ແລະຄອບຄົວ. ພ້ອມດຽວກັນ, ກໍຖືເປັນການແລກປ່ຽນວັດທະນະທຳລະຫວ່າງສອງຊາດລາວ-ຈີນໃຫ້ນັບມື້ເລິກເຊິ່ງກວ່າເກົ່າ.

ທ່ານ ບຸນເຫຼືອ ສີນໄຊວໍລະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງກໍ່ໄດ້ຕີລາຄາສູງຕໍ່ໂຄງການນີ້ວ່າ: ເທດສະການຮູບເງົາດີເດັ່ນລາວ-ຈີນແມ່ນຮູບການບັນເທິງໜຶ່ງທີ່ມີຄວາມຮູ້ແລະເປັນກຳລັງໃຈໃຫ້ຊາວຫນຸ່ມຢູ່ທີ່ເຂດຫ່າງໄກສອກຫລີກທີ່ບໍ່ມີໂອກາດເຂົ້າເຖິງຮູບເງົາທີ່ດີ ໂຄງການດັ່ງກ່າວຖືວ່າໄດ້ເປີດໂອກາດທີ່ດີໃຫ້ແກ່ຄົນລາວໄດ້ຊົມຮູບເງົາທີ່ມີຮູບແບບໃຫມ່ ແລະຫນ້າຕື່ນເຕັ້ນ. ພ້ອມດຽວກັນນັ້ນ, ການຮັບຊົມຮູບເງົາຄັ້ງນີ້ແມ່ນມີຄວາມເພີດເພີນ ເພາະການພາກສຽງແມ່ນເຮັດໄດ້ດີ, ເຂົ້າໃຈງ່າຍ ແລະເປັນທຳມະຊາດຫລາຍ. ເທດສະການຮູບເງົາດີເດັ່ນລາວ-ຈີນໃນປີນີ້ໄດ້ກ້າວເຂົ້າສູ່ປີທີ 8 ແລ້ວ, ທີມສາຍໄດ້ເດີນທາງໄປຮອດໄປເຖິງປະຊາຊົນໃນເຂດຫ່າງໄກສອກຫຼີກຢູ່ທົ່ວປະເທດລາວ ເພື່ອປະກອບສ່ວນສົ່ງເສີມວັດທະນະທຳທີ່ດີເດັ່ນລາວ-ຈີນ ພ້ອມທັງມອບຮອຍຍິ້ມ ແລະສຽງຫົວໃຫ້ກັບປະຊາຊົນທ້ອງຖິ່ນ, ສ້າງຄວາມເບີກບານມວ່ນຊື່ນທາງດ້ານຈິດໃຈຫຼາຍຂຶ້ນກວ່າເກົ່າ.

ທ່ານ ຈ່າງ ເຊີ້ຜີງ ຫົວໜ້າກົງສູນໃຫຍ່ຈີນປະຈຳພາກເໜືອຂອງລາວກໍໄດ້ໃຫ້ຄຳເຫັນວ່າ: ຮູບເງົາເປັນຮູບແບບສິລະປະທີ່ຂ້າມຊາຍແດນແລະພາສາໄດ້ຊຸກຍູ້ສົ່ງເສີມການແລກປ່ຽນວັດທະນະທຳອາລິຍະທຳລະຫວ່າງຈີນ-ລາວ ແລະເຊື່ອມສານຈິດໃຈຂອງປະຊາຊົນສອງຊາດ, ຫວັງວ່າເທດສະການຮູບເງົາດີເດັ່ນຈີນ-ລາວຈະສາມາດຊຸກຍູ້ການຮ່ວມມືດ້ານວັດທະນະທຳໃຫ້ກວ້າງຂວາງກວ່າເກົ່າ ແລະປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.

ບກໂດຍ: ສຊ ຈື້ໄຊ

ຂ່າວ-ພາບສຸວັນລີ