ທ່ານ ຄໍາໄຫຼ ສີປະເສີດ ໂອ້ລົມ ພະນັກງານຫຼັກແຫຼ່ງ ເມືອງຊຽງເງິນ.

ໃນວັນທີ 20 ພະຈິກ 2024 ນີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ໄດ້ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທີ່ເມືອງຊຽງເງີນ, ມີທ່ານ ສົມແວວພັດ ດວງປະສິດ ເລຂາພັກເມືອງ, ເຈົ້າເມືອງໆຊຽງເງິນ, ບັນດາທ່ານກຳມະການສູນກາງແນວລາວສ້າງຊາດ, ກຳມະການແນວລາວສ້າງຊາດແຂວງ, ຜູ້ຊົງຄຸນວຸດທິ, ຕະຫຼອດຮອດບັນດາຂະ   ແໜງການອ້ອມຂ້າງເມືອງເຂົ້າຮ່ວມທີ່ສະໂມສອນເມືອງຊຽງເງີນ.

ທ່ານເຈົ້າເມືອງໄດ້ລາຍງານສະພາບຈຸດພິເສດການພັດທະນາຕົວເມືອງຊຽງເງີນປະກອບມີ 49 ບ້ານ, ມີປະຊາກອນ 38,613 ຄົນປະກອບມີ 8 ເຜົ່າ: ລາວ, ຍວນ, ລື້, ກຶມມຸ, ມົ້ງ, ອິວມຽນ, ຫໍ້, ແລະ ເຜົ່າພູນ້ອຍ ການດໍາລົງຊີວິດຂອງປະຊາຊົນສ່ວນຫຼາຍແມ່ນຢຶດຖືອາຊີບປຸກຝັງ-ລ້ຽງສັດເປັນຫຼັກ, ນອກຈາກນັ້ນແມ່ນຄ້າຂາຍ ແລະ ອາຊີບອື່ນໆ.

ທ່ານຮອງປະທານ ສນຊ ໄດ້ແຈ້ງຈຸດປະສົງການມາຢ້ຽມຢາມເມືອງຊຽງເງິນຄັ້ງນີ້: ເພື່ອເປັນການພົບປະ ບັນດາທ່ານກຳມະການສູນກາງແນວລາວສ້າງຊາດປະຈໍາຢູ່ແຂວງ, ກຳມະການແນວລາວສ້າງຊາດແຂວງ,ຜູ້ຊົງຄຸນວຸດທິ ແລະ ພະນັກງານຫຼັກແຫຼ່ງເມືອງ ເພື່ອເກັບກຳຄຳເຫັນ-ຄຳສະເໜີຂອງປະຊາຊົນ ຢູ່ທ້ອງຖິ່ນ-ຮາກຖານ ປະກອບເຂົ້າໃນບົດລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອທີ 8, ໃນວັນທີ 29/11/2024 ທີ່ຈະມາເຖິງນີ້; ເພື່ອເປັນການຕິດຕາມຄະນະວິທະຍຸໂທລະພາບສູນກາງຈີນ, ທີ່ມາສາຍຮູບເງົາ ຂອງຈີນ ຢູ່ແຂວງ ແລະ ເມືອງ ແລະ ໄດ້ນໍາເອົາວັດຖຸປັດໄຈຈໍານວນໜຶ່ງມາມອບຊ່ວຍເຫຼືອ ໃຫ້ແກ່ຜູ້ທີ່ປະສົບໄພພິບັດທຳມະຊາດ ຢູ່ເມືອງວຽງຄໍາ ແລະ ເມືອງປາກແຊງ. ນອກຈາກນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ແລະ ຂໍ້ສະເໜີຕ່າງໆໃຫ້ຂັ້ນເທິງຊ່ວຍພິຈາລະນາເປັນຕົ້ນບັນຫາແຮງງານລາວອອກນອກປະເທດ, ການສຶກສາ, ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ບັນຫາການຂາດແຄນຄູ ແລະ ອື່ນໆ. ທ່ານຍັງໄດ້ເນັ້ນຕື່ມວ່າ ສໍາລັບຂົງເຂດແນວລາວສ້າງຊາດໃນຕໍ່ໜ້າຕ້ອງປຸກລະດົມທຸກພາກສ່ວນເປັນເຈົ້າການແກ້ໄຂບັນຫາຕ່າງໆ; ຕ້ອງໄດ້ເພີ່ມທະວີເຕົ້າໂຮມຄວາມສາມັກຄີປະຊາຊົນ 8 ເຜົ່າພາຍໃນເມືອງໃຫ້ມີຄວາມສາມັກຄີເປັນອັນໜຶ່ງອັນດຽວ; ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ; ສໍາລັບແນວລາວສ້າງຊາດໃຫ້ຈັດຕັ້ງຜັນຂະຫຍາຍມະຕິ 04 ວ່າດ້ວຍການສ້າງເສດຖະກິດເອກະລາດ ທີ່ບໍ່ຂັດກັບລະບຽບກົດໝາຍ, ການຈັດຕັ້ງອົງການແນວລາວສ້າງຊາດ ແມ່ນເຮັດວຽກແນວໂຮມທີ່ປະກອບມີ 4 ວຽກຕົ້ນຕໍ່: ວຽກງານຊົນເຜົ່າເພື່ອຮັບປະກັນບໍ່ໃຫ້ມີຄວາມແຕກແຍກຂອງບັນດາເຜົ່າ; ວຽກງານສາສະໜາ ເພື່ອບໍ່ໃຫ້ເກີດຂໍ້ຂັດແຍ້ງກັນ; ວຽກງານຊັ້ນຄົນ ທີ່ເປັນວຽກລະອຽດອ່ອນ ແລະ ວຽກງານການທູດປະຊາຊົນ ນັບທັງພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ.

 

ບກໂດຍ: ສຊ ຈື້ໄຊ

ຂ່າວ-ພາບໂດຍ: ສຸວັນລີ