ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວ ລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ (ຄົນໃຫ່ມ) ໃນວັນທີ 20 ພະຈິກ 2024 ທີ່ສຳ ນັກງານສູນກາງແນວລາວສ້າງຊາດ;
ໃນໂອກາດດັ່ງກ່າວ, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມພົບປະໃນຄັ້ງນີ້; ໃນນີ້, ໄດ້ສະແດງຄວາມຂອບໃຈທີ່ຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ໂດຍສະເພາະການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານຊ່ຽວຊານ, ທຶນຮອນ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ ສປປ ລາວ ໃນປີ 2024 ນີ້;
ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເສຍສະຫຼະເວລາມາຕ້ອນຮັບຂອງທ່ານພ້ອມດ້ວຍຄະນະ; ເນື່ອງໃນໂອກາດມາດໍາລົງຕໍາແໜ່ງແມ່ນຈະສືບຕໍ່ຮັດແໜ້ນສາຍພົວພັນ ທີ່ມີຕໍ່ກັນມາແຕ່ດົນນານ ແລະ ໄດ້ຖືເປັນສໍາຄັນເຮັດໃຫ້ເປັນບູລິມະສິດພິເສດ ໃນການມາພັດທະນາສາຍພົວພັນລະຫວ່າງ ສອງປະເທດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ພ້ອມທີ່ຈະສືບທອດຕໍ່ໄປໃຫ້ຮຸ່ນລູກ-ຫຼານ ໃຫ້ເຂົ້າໃຈເລີກເຊິງ ແລະ ຮ່ວມກັນເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຂຶ້ນໄປເລື່ອຍໆ; ພ້ອມດຽວກັນນີ້, ທ່ານທູດຍັງໄດ້ສະ ເໜີທິດທາງການຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ ຢູ່ບັນດາແຂວງ, ທ້ອງຖິ່ນໃນລາວ ເຂດທີ່ມີທີ່ຕັ້ງຍຸດທະສາດ ໃນການພັດທະນາເສດຖະກິດພິເສດໃຫ້ຈະເລີນກ້າວຫນ້າ ແລະ ບາງວຽກຈຸດສຸມທີ່ຈະສືບຕໍ່ພົວພັນຮ່ວມມືໃນຕໍ່ໜ້າໃຫ້ເກີດດອກອອກຜົນ ຍິ່ງໆຂຶ້ນໄປ.
ຂ່າວ+ພາບ: ດວງມະນີ



