ໃນວັນທີ 25 ພະຈິກ 2024 ນີ້, ທີ່ສູນກາງແນວລາວສ້າງຊາດ ສນຊ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ ສາລະໂຮງທໍາ ວັດສາມັກຄີໄຊ ໄຊຍາຣາມ ທີ່ບ້ານຖໍ້າໄຊ ເມືອງໜອງແຮດ ແຂວງຊຽງຂວາງ ມູນຄ່າ 4,170,900,000 ກີບ ລະຫວ່າງ ກັມມະທິການສາທາລະນຸປະການ ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ແລະ ກົມສາສະໜາ ສນຊ, ບໍລິສັດ ພູນສີອານຸລັກສໍາຫຼວດ-ອອກແບບ, ກໍ່ສ້າງເຄຫາສະຖານ ຈໍາກັດຜູ້ດຽວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສນຊ, ທ່ານ ເຍ່ຍເກີຢ່າ ໝໍ່ຈໍ່ຈົງຕົວ ຮອງປະທານ ສນຊ, ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາ ແຫ່ງ ສປປ ລາວ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະທີ່ປືກສາວຽກງານສາສະໜາເຂົ້າຮ່ວມ.
ໂຄງການກໍ່ສ້າງ ສາລະໂຮງທໍາ ວັດສາມັກຄີໄຊ ໄຊຍາຣາມ ທີ່ບ້ານຖໍ້າໄຊ ເມືອງ ໜອງແຮດ ແຂວງ ຊຽງຂວາງ ເພື່ອໃຫ້ສາສະນິກະຊົນມີບ່ອນສັກກາລະບູຊາ, ກາບໄຫວ້ເປັນບ່ອນເທດສະໜາທໍາ ແລະ ປະຕິບັດທໍາຂອງພະສົງ-ສາມະເນນ, ອອກຕົນຍາດໂຍມ ແລະ ພຸດທະສາສະນິກະຊົນທັງຫຼາຍ, ທັງເປັນບ່ອນເຕົ້າໂຮມຄວາມສາມະຄີຂອງ ປະຊາຊົນບັນດາເຜົ່າ ແລະ ເປັນການສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງຊາດລາວໃຫ້ ຢືນຍົງຄົງຕົວຄຽງຄູກັບສັງຄົມລາວຕະຫຼອດໄປ.
ບກໂດຍ: ສຊ ຈື້ໄຊ
ຂ່າວ+ພາບ: ລີ


