ຕ້ອນຮັບການເຂົ້າຢ້ຽມພົບປະຂອງສະມາຄົມມິດຕະພາບ ສສ ຫວຽດນາມ

     ໃນວັນທີ 28 ພະຈິກ 2024 ນີ້, ທີ່ສູນກາງແນວລາວສ້າງຊາດ ສນຊ, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມເມືອງສູນກາງພັກ, ປະທານ ສນຊ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະສະມາຄົມມິດຕະພາບ ລາວ-ຫວຽດນາມ ນໍາໂດຍທ່ານ ພົນຕີ ຫງວຽນຕຽນລອງ ອະດິດຫົວໜ້າການເມືອງທະຫານເຂດ 3, ຮອງປະທານຜູ້ປະຈໍາການ ສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 26-30 ພະຈິກ 2024 ນີ້,
     ການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງ ກ່ຽວກັບສະພາບການພົ້ນເດັ່ນຢູ່ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການພົວພັນ ວຽກງານການທູດປະຊາຊົນ ຂອງປະຊາຊົນຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ ເພື່ອໃຫ້ມີຄວາມສາມັກຄີ ແລະ ເພື່ອເຜີຍແຜ່ໃຫ້ປະຊາຊົນສອງຊາດລາວ ແລະ ຫວຽດນາມ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ປະທານໂຮ່ຈິມີນ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ປະທານ ໄກສອນ ພົມວິຫານ, ປະ ທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງ ປະຊາຊົນລາວ ກໍ່ຕັ້ງໃຫ້ ໄດ້ຮັບການຖະໜຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃນບັນດາຮຸ່ນການນຳ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດຕະຫລອດມາ, ເພື່ອໃຫ້ເຂົາເຈົ້າໄດ້ມີຄວາມເອກອ້າງທະນົງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວໃຫ້ຈະເລີນງອກງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະນົງແກ່ນຕະຫລອດກາລະນານ.
ບກໂດຍ: ກົງແກ້ວ
ຂ່າວ+ພາບ: ລີ