
ໃນວັນທີ 5 ທັນວາ 2024 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມເຂດການຜະລິດກະສິກໍາ, ອຸດສາຫະກໍາ ແລະແຫຼ່ງທ່ອງທ່ຽວ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ,


ໃນການເຄື່ອນໄຫວຄັ້ງນີ້ ຄະນະໄດ້ໄປຢ້ຽມຊົມ ສວນປູກໝາກພ້າວ ຄູນທະວີ ຢູ່ບ້ານທ່າງອນ, ບ້ານໂພນແຮ່ຄໍາ ແລະ ສວນສາຫວັນນາລາວ ບ້ານຫາດກ້ຽງ; ຢາມຢາມບໍລິສັດຫຍຸ້ຍຢວນ ເກືອໂປຕາສອຸດົມສົມບູນ ຈໍາກັດຜູ້ດຽວ ເຊິ່ງໄດ້ນໍາໃຊ້ເຕັກໂນໂລຊີໃໝ່ທີ່ທັນສະໄໝໃນການຂຸດຄົ້ນ, ຜະລິດເກືອໂປຕາສ ໃນ ສປປ ລາວ(ແບບແນວຕັ້ງ ແລະການອັດຖົມຄືນ) ແລະ ໄດ້ຢ້ຽມຊົມ ແຫຼ່ງທ່ອງທ່ຽວ ລາຟໍເລທ ທີ່ເປັນແຫຼ່ງທ່ອງທ່ຽວ ທາງທໍາມະຊາດຕິດພັນກັບການອະນຸລັກຮັກສາປ່າໄມ້ ຕາມທິດພັດທະນາ ສີຂຽວ ແລະ ຍືນຍົງ, ຊື່ງໄດ້ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວໃຫມ່ໃຫ້ມີຄວາມຫຼາກຫຼາຍ ແລະ ໄດ້ມາດຕະຖານລະດັບສາກົນ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໃຫ້ມາທ່ຽວ ຫຼາຍຂຶ້ນ, ສ້າງອາຊີບ, ວຽກເຮັດງານທໍາ ແລະສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ເພື່ອປະກອບສ່ວນ ເຂົ້າໃນການລືບລ້າງຄວາມທຸກຍາກ ຕາມແນວທາງນະໂຍບາຍ ຂອງພັກ-ລັດ.

ບກ: ດາວຽງສັກ + ກົງແກ້ວ
ຂ່າວ+ພາບ: ລີ


