ກອງປະຊຸມຖອດຖອນບົດຮຽນວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ

ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບກັນ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແນວລາວສ້າງຊາດ ຕໍ່ກັບວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ. ໃນວັນທີ 17 ທັນວາ 2024 ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ປະຈໍາປີ 2024 ທາງຊິ່ງໜ້າ ແລະ ວີດີໂອທາງໄກ ຂຶ້ນທີ່ສຳນັກງານສູນກາງແນວລາວສ້າງຊາດ; ໂດຍການເປັນປະທານ ຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາກົມອ້ອມຂ້າງສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດບັນດາແຂວງທົ່ວປະເທດ ແລະ ແນວລາວສ້າງຊາດບັນດາເມືອງອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບລວມຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໃນຂົງເຂດວຽກງານແນວລາວສ້າງຊາດ ໃນໄລຍະຜ່ານມາໂດຍຫຍໍ້,  ບັນຫາສິ່ງທ້າທາຍ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ຕໍ່ວຽກງານດັ່ງກ່າວວ່າ: ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມແມ່ນພາກສ່ວນໜຶ່ງຂອງວຽກງານແນວໂຮມ ແລະ ເປັນວຽກມະຫາຊົນຂອງພັກ ໃນໄລຍະໃໝ່, ແນວລາວສ້າງຊາດແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມ, ໃຫ້ຄຳປຶກສາ ແລະ ປຸກລະດົມບັນດາອົງການຈັດຕັ້ງສັງຄົມ, ສະມາຄົມ-ມູນນິທິ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ຂອງລັດ ເຊັ່ນ: ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງປະຕິບັດພາລະບົດບາດ ຂອງຕົນໄປຄຽງຄູ່ກັບການປະຕິບັດພັນທະຕໍ່ປະເທດຊາດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ. ໂອກາດນີ້, ຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນ ຢ່າງກົງໄປກົງມາຕໍ່ວຽກງານດັ່ງກ່າວ.

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນເນັ້ນຕໍ່ກອງປະຊຸມວ່າ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິ 108/ກມສພ  ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່, ດໍາລັດ 238/ລບ ວ່າດ້ວຍສະມາຄົມ ແລະ ດໍາລັດ 149/ນຍ ວ່າດ້ວຍມູນນິທິ ແລະ ມະຕິອື່ນໆ ຂອງພັກ-ລັດ ແລະ ແນວລາວສ້າງຊາດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດສູ່ວຽກງານຕົວຈິງ ແລະ ມີປະສິດທິຜົນ ໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ເຮັດໜ້າທີ່ສືກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນໃຫ້ເປັນປຶກແຜ່ນແໜ້ນໜາ; ປຸກລະດົມຂົນຂວາຍໃຫ້ທົ່ວສັງຄົມໃຫ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ເສີມຂະຫຍາຍມູນເຊື້ອຮັກຊາດ, ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງທົ່ວສັງຄົມ, ສະມາຄົມ ແລະ ມູນນິທິ; ໃຫ້ ສະມາຄົມ-ມູນນິທິ ຈົ່ງຕັ້ງໜ້າພັດທະນາການຈັດຕັ້ງຂອງຕົນ ໃຫ້ມີຄວາມຮູ້ຄວາມສາມາດ, ເປັນມືອາຊີບ, ກາຍເປັນຕົວແບບການພັດທະນາ ແລະ ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຂ່າວ+ພາບ: ຢຢ

ບກ: ສຊ ຈື້ໄຊ