ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານສາສະໜາ

        ໃນວັນທີ 16 ທັນວາ 2024 ທີ່ ເມຶອງວັງວຽງ, ແຂວງວຽງຈັນ ກົມສາສະໜາ ສນຊ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານສາສະໜາ, ໃຫ້ກຽດເຂົ້າຮ່ວມເປັນປະທານເປີດກອງປະຊຸມໂດຍ ທ່ານ ດຣ ນ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານ ສນຊ, ມີ ທ່ານ ຄຳຢາດ ຣາຊດາວົງ ຄະນະປະຈຳ ສນຊ, ຫົວໜ້າກົມສາສະໜາ ສນຊ, ມີບັນດາທ່ານຮອງປະທານ ແນວລາວສ້າງຊາດແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາເມຶອງຂອງແຂວງວຽງຈັນ, ເຂົ້າຮ່ວມທັງໝົດ  36 ທ່ານ, ຍິງ 12ທ່ານ

ໃນກອງປະຊຸມບັນດາທ່ານຮອງປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງວຽງຈັນ, ໄດ້ຂື້ນລາຍງານສະພາບທີ່ພົ້ນເດັ່ນ, ຂໍ້ດີ, ຂໍ້ຄົງຄ້າງຕໍ່ການປະຕິບັດວຽກງານສາສະໜາໃນໄລຍະຜ່ານມາ, ແລະໃນໂອກາດນີ້ ທ່ານ ຮອງປະທານ ຜູ້ຊີ້ນໍາວຽກງານສາສະໜາ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ ເຊີ່ງທ່ານໄດ້ເນັ້ນ ບາງບັນຫາສໍາຄັນວ່າ: ໃນໄລຍະຜ່ານມາ ການແບ່ງຄວາມຮັບຜິດຊອບລະຫວ່າງແນວລາວສ້າງຊາດ ແລະ ພາຍໃນ ມີລັກສະນະລວມໆ ບໍ່ຈະແຈ້ງຜ່ານການຈັດຕັ້ງຕົວຈິງ ແນວລາວສ້າງຊາດແຕ່ລະຂັ້ນຍັງສືບຕໍ່ຈັດຕັ້ງປະຕິບັດບົດບາດຂອງພາຍໃນ, ບາງຄັ້ງເຮັດວຽກມີລັກສະນະເອີຍອິງໃສກັນ, ວຽກງານດຽວມີຫຼາຍພາກສ່ວນເຮັດພາໃຫ້ເກີດຄວາມສັບສົນ, ແຕ່ເຖິງຢ່າງໃດກໍ່ຕາມແຕ່ລະສາສະໜາກໍ່ຍັງເຫັນວ່າມີຄວາມສາມັກຄີປອງດອງ, ຊ່ວຍເຫຼືອເຊີ່ງກັນ ແລະກັນ ບັນດາວັດ, ໂບດ ຍັງຮັກສາບົດບາດເປັນສູນລວມທາງດ້ານຈິດໃຈຂອງສາສະນິກະຊົນ ກອງປະຊຸມຈະໄດ້ດຳເນີນເປັນເວລາ 02 ວັນ ແຕ່ວັນທີ 16-17 ທັນວາ 2024.

ບກ ໂດຍ: ສຊ ຈື້ໄຊ

ຂ່າວ-ພາບ: ລິຄິດ