ພິທີເປີດງານບຸນມະໂຫລານປື້ມ ແລະ ກິດຈະກຳສົ່ງເສີມການອ່ານ ຄັ້ງທີ v

ເພື່ອເປັນການສົ່ງເສີມວຽກງານການສຶກສາ ໃຫ້ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບດີ ໂດຍສະເພາະແມ່ນສົ່ງເສີມໃຫ້ນັກສຶກສາ, ນ້ອງນ້ອຍນັກຮຽນ ແລະ ເຍົາວະຊົນລາວບັນດາເຜົ່າ ກ້າສະແດງຄວາມຮູ້ຄວາມສາມາດທາງດ້ານການຄິດ, ການອ່ານ, ການແຕ້ມ ແລະ ພອນສະຫວັນໃນດ້ານຕ່າງໆ ໃນເວທີສຳຄັນທາງພາຍໃນ ແລະ ສາກົນ ເປັນການປະກອບສ່ວນປຸກລະດົມທົ່ວສັງຄົມໃຫ້ມັກຄົ້ນຄວ້າ-ມັກການອ່ານ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຕົນເອງ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດງານມະໂຫລານປື້ມ ແລະ ກິດຈະກຳສົ່ງເສີມການອ່ານ ຂຶ້ນຢູ່ສູນການຄ້າລາວໄອເຕັກ ໃນລະຫວ່າງວັນທີ 19-21 ທັນວາ 2024 ນີ້ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ຕາງໜ້າຈາກກະຊວງ-ອົງການ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນ ຈາກບັນດາໂຮງຮຽນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ມາຮອດປັດຈຸບັນ ສປປ ລາວ ໄດ້ມີຫໍສະໝຸດແຫ່ງຊາດ 1 ແຫ່ງ, ຫໍສະໝຸດທ້ອງຖິ່ນ ຈຳນວນ 10 ແຫ່ງ, ຫໍສະໝຸດວິທະຍາໄລ ແລະ ມະຫາວິທະຍາໄລ 99 ແຫ່ງ ທີ່ເປີດໃຫ້ບໍລິການເປັນປົກກະຕິແລ້ວ ພ້ອມກັນນັ້ນ ຍັງໄດ້ສົ່ງເສີມການອ່ານດ້ວຍຫຼາຍວິທີ ເພື່ອເຮັດໃຫ້ເດັກນ້ອຍທີ່ຢູ່ໃນເຂດຊຸມຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ມີໂອກາດໄດ້ອ່ານປື້ມຕ່າງໆ ເພື່ອພັດທະນາຄວາມຮູ້. ພ້ອມກັນນັ້ນ, ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ກໍໄດ້ຊົມການສະແດງສີລະປະວັນນະຄະດີຈາກນ້ອງນ້ອຍນັກຮຽນ, ຢ້ຽມຊົມບັນດາຮ້ານທີ່ວາງສະແດງ- ຂາຍປື້ມອ່ານປະເພດຕ່າງໆ ແລະ ໃນໂອກາດດັ່ງກ່າວ ຍັງໄດ້ຢ້ຽມຊົມບັນດາຮ້ານວາງສະແດງສິນຄ້າກະສິກຳລາວ ຕື່ມອີກ.

ຂ່າວ+ພາບ: ຢຢ

ບກ: ສຊ ຈື້ໄຊ